ຮ່າໂນ້ຍ ຈັດຕັ້ງບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຕ້ອນຮັບປີໃໝ່ສາກົນ 2019

(VOVWORLD) -ເພື່ອເປັນການຕ້ອນຮັບປີໃໝ່ສາກົນ 2019 ຢູ່ບັນດາຢູ່ເມືອງແຫ່ງຕ່າງໆ ກໍຈະຈັດຕັ້ງລາຍການສະແດງສິລະປະ ຮັບໃຊ້ມະຫາຊົນ ເພື່ອແນໃສ່ສ້າງບັນຍາກາດເບີກບານມ່ວນຊື່ນ ໃຫ້ແກ່ປະຊາຊົນ.

        ຄໍ່າຄືນວັນທີ 31 ທັນວາ, ນະຄອນຮ່າໂນ້ຍ ຈະຈັດຕັ້ງລາຍການສະແດງສິລະປະທີ່ມີຂອບຂະໜາດໃຫຍ່ຫຼາຍລາຍການ ດ້ວຍຈຸດເວລານາທີ “ນັບຖອຍຫຼັງ” ຕ້ອນຮັບປີໃໝ່ສາກົນ 2019 ເຊິ່ງຫຼາຍຄົນພວມລໍຄອຍ ເປັນຕົ້ນແມ່ນໃນເວລາ 22 ໂມງ 00 ນາທີ ຢູ່ເຂດໃຈກາງ ໜອງ ຮວ່ານກ໊ຽມ - ເຂດອະນຸສາວະລີ ເຈົ້າຊີວິດ ຫຼີ໊ຖ໊າຍໂຕ໋, ຈະຈັດຕັ້ງລາຍການ Countdown 2019; ໃນເວລາ 18 ໂມງ 00 ນາທີ, ຢູ່ສະໜາມຫຼວງ ດົງກິງເຫງັຍທຸກ, ເມືອງຮວ່ານກ໊ຽມ, ບໍລິສັດ BMG ຮ່າໂນ້ຍ ຈໍາກັດ ຈະຈັດຕັ້ງລາຍການສະແດງສິລະປະ “ຕ້ອນຮັບລະດູບານໃໝ່” ແລະ ໃນເວລາ 20 ໂມງ 00 ນາທີ ຢູ່ສະໜາມກິລາຮ່າງເດີ໊ຍ ບໍລິສັດໂຄສະນາ ແລະ ບໍລິການ ສື່ສານ ຫວຽດນາມ ຈໍາກັດ ກໍຈະຈັດລາຍການສະແດງສິລະປະ ຕ້ອນຮັບປີໃໝ່ສາກົນ 2019.

        ເພື່ອເປັນການຕ້ອນຮັບປີໃໝ່ສາກົນ 2019 ຢູ່ບັນດາຢູ່ເມືອງແຫ່ງຕ່າງໆ ກໍຈະຈັດຕັ້ງລາຍການສະແດງສິລະປະ ຮັບໃຊ້ມະຫາຊົນ ເພື່ອແນໃສ່ສ້າງບັນຍາກາດເບີກບານມ່ວນຊື່ນ ໃຫ້ແກ່ປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ