ຮ່າໂນ້ຍ ເລີ່ມລົງມືກໍ່ສ້າງໂຄງການຮັບໃຊ້ໃຫ້ແກ່ປີ ຫວຽດນາມ ເປັນປະທານໝູນວຽນ ອາຊຽນ ປີ 2020 ແລະ Seagame 31
(VOVWORLD) - ຕອນເຊົ້າວັນທີ 28 ທັນວາ, ຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີລົງມືກໍ່ສ້າງ ໄລຍະ 2 ຂອງໂຄງການກໍ່ສ້າງຂົວຂ້າມ ຢູ່ຈຸດຕັດລະຫວ່າງ ທາງ ອານເຢືອງ ກັບ ແທັງນຽນ.
ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄໍາເຫັນທີ່ພິທີ |
ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ໄລຍະທີ 2 ຂອງໂຄງການດັ່ງກ່າວ ແມ່ນເສັ້ນທາງເຊື່ອມຕໍ່ທ່າອາກາດສະຍານສາກົນ ໂນ້ຍບາຍ ກັບ ໃຈກາງນະຄອນຮ່າໂນ້ຍ ເພື່ອຮັບໃຊ້ປີຫວຽດນາມ ເປັນປະທານໝູນວຽນ ອາຊຽນ ປີ 2020 ແລະ Seagame 31 ໄດ້ຢ່າງທັນການ.
ໂຄງການດັ່ງກ່າວ ໂດຍຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງກິດຈະກໍາຄົມມະນາຄົມນະຄອນຮ່າໂນ້ຍ ເປັນເຈົ້າຂອງລົງທຶນ, ໂດຍມີຍອດເງິນລົງທຶນທັງໝົດ ແມ່ນ ເກືອບ 816 ຕື້ ດົງ ເຊິ່ງແມ່ນແຫຼ່ງເງິນຈາກງົບປະມານຂອງນະຄອນ.
ນັກຂ່າວ ງອກແອັງ