(vovworld) - ເກຼກ ພວມປະເຊີນໜ້າກັບວິກິດການດ້ານການເມືອງຄັ້ງໃໝ່ ພາຍຫຼັງຂໍ້ຕົກລົງຂອງລັດຖະບານກ່ຽວກັບການປິດປະຕູຊ່ອງໂທລະພາບແຫ່ງຊາດ ERT ເຊິ່ງໄດ້ເຄື່ອນໄຫວມາເປັນເວລາ 60 ປີ. ຕາມຂໍ້ຕົກລົງດັ່ງກ່າວ, ERT ຕ້ອງຢຸດການເຄື່ອນໄຫວແຕ່ວັນທີ 11/06, ເຊິ່ງເຮັດໃຫ້ພາລະກອນເກືອບ 2.700 ຄົນ ຕ້ອງພັກການຊົ່ວຄາວ. ປະຕິກິລິຍາຕໍ່ຂໍ້ຕົກລົງດັ່ງກ່າວ, ບັນດານັກຂ່າວຂອງ ERT ໄດ້ເລີ່ມແຫ່ຂະບວນປະທ້ວງທີ່ແກ່ຍາວເປັນເວລາ 24 ຊົ່ວໂມງ ຢູ່ນະຄອນຫຼວງ Athens ແລະ ນະຄອນໃຫຍ່ອັນດັບ 2 ຂອງເກຼກ ແມ່ນ Thessaloniki. ຕໍ່ໜ້າສະພາບການດັ່ງກ່າວ, ລັດຖະບານເກຼກ ບັງຄັບຕ້ອງຜັນຂະຫຍາຍຕຳຫຼວດຕ້ານການໃຊ້ຄວາມຮຸ້ນແຮງຢູ່ທຸກຫ້ອງການຂອງ ERT ໃນທົ່ວປະເທດ ເພື່ອກີດຂວາງບັນດາການກະທຳທຳລາຍ. ທ່ານນາຍົກລັດຖະມົນຕີເກຼກ Antonis Samaras ອະທິບາຍກ່ຽວກັບເລື່ອງລັດຖະບານຕັດສິນປິດປະຕູ ERT ແມ່ນເພື່ອແນໃສ່ປົກປ້ອງຜົນປະໂຫຍດຂອງມວນຊົນ, ລົບລ້າງການຟຸມເຟືອຍ ແລະ ຂາດຄວາມກະຈ່າງແຈ້ງ. ຂໍ້ຕົກລົງຖືກຍົກອອກມາໃນສະພາບທີ່ລັດຖະບານເກຼກ ພວມປະຕິບັດການຫຼຸດຜ່ອນລາຍຈາຍຂອງລັດຂະໜາດໃຫຍ່ ຕາມຄວາມຮຽກຮ້ອງຂອງບັນດາເຈົ້າໜີ້ສາກົນ ເພື່ອສາມາດຮັບເອົາບ້ວງເງິນກູ້ຊ່ວຍກ້ອນໃຫຍ່ກວ່າ.