( vovworld ) – ວັນທີ 17/6: ບັນດາສະຖານທີ່ປ່ອນບັດໃນທົ່ວປະເທດເກຼກ ໄດ້ເປີດປະຕູ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງທົ່ວປະເທດ ທີ່ຖືກຈັດຕັ້ງຂຶ້ນຄືນໃໝ່ ດ້ວຍຄວາມໝາຍຕັດສິນສິຂາດ ຊື່ງຕາມນັ້ນແລ້ວ ປະເທດນີ້ຈະສືບຕໍ່ບັນດາມາດຕະການຮັດເຂັມຄັດ ຫລືຖອນອອກຈາກພາກພື້ນໃຊ້ສະກຸນເງິນເອີໂຣລວມ (eurozone). ຜູ້ມີສິດເລືອກຕັ້ງເກຼກ ປະມານ 9,8 ລ້ານຄົນ ໄປປ່ອນບັດໃນການເລືອກຕັ້ງທີ່ຄາດວ່າຈະແມ່ນການຊ່ວງເສັງຢ່າງເຄັ່ງຕຶງລະຫວ່າງພັກປະຊາທິປະໄຕໃໝ່ຕາມແນວທາງຮັກສາເດີມ ຊື່ງໄດ້ສະຫນັບສະໜູນບັນດາບ້ວງເງິນກູ້ຊ່ວຍຂອງບັນດາອົງການຈັດຕັ້ງສາກົນ ແລະ ພັກຝ່າຍຊ້າຍ SYRIZA ຊື່ງໄດ້ຄັດຄ້ານນະໂຍບາຍຮັດເຂັມຄັດ. ຕາມການຄາດຄະເນຂອງວົງການນັກສັງເກດການແລ້ວ, ຈະບໍ່ມີພັກໃດສາມາດໄດ້ຮັບຈຳນວນບັດທີ່ຈຳເປັນຢ່າງພຽງພໍ ເພື່ອຍາດໄດ້ຈຳນວນທີ່ນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດ, ສະນັ້ນ, ໃນຊຸມມື້ທີ່ຈະມາເຖິງ, ຢູ່ເກຼກ ອາດຈະດຳເນີນບັນດາການປຶກສາຫາລືເພື່ອສ້າງຕັ້ງພັນທະມິດ.