ເກີດເຫດວາງລະເບີດແບບສະຫຼະຊີບຢູ່ຊານນະຄອນ Damascus ຂອງຊີຣີ

 ເກີດເຫດວາງລະເບີດແບບສະຫຼະຊີບຢູ່ຊານນະຄອນ Damascus ຂອງຊີຣີ    - ảnh 1
ແຈໜຶ້ງໃນດ່ານ​ກວດກາທີ່ຊານນະຄອນ Damascus ຂອງ​ຊີຣີ
(ພາບ: AP)

(vovworld-) ວັນ​ທີ 19/10, ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ແບບ​ສະຫຼະ​ຊີບ​ຢູ່ດ່ານ​ກວດກາທີ່ຊານນະຄອນ Damascus ຂອງ​ຊີຣີ, ອັນ​ໄດ້​ເຮັດ​ໃຫ້​ທະຫານ 16 ຄົນ ​ແລະ ມື​ປືນ 15 ຄົນ​ເສຍ​ຊີວິດ. ອົງການ​ຕິດຕາມສິດທິ​ມະນຸດ​ຊີຣີ ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ອັງກິດ​ໃຫ້​ຮູ້ວ່າ ຜູ້​ປະຕິບັດ ເຫດ​ວາງ​ລະ​ເບີດ​ແບບ​ສະຫຼະ​ຊີບ​ຢູ່​ດ່ານ​ກວດກາ ທີ່ຊານນະຄອນ Damascus ​ແມ່ນ​ສະມາຊິກ​ຂອງ​ແນວ​ໂຮມ ອານ​ນູສຣາ ທີ່​ມີ​ສາຍ​ພົວພັນ​ກັບ​ເຄືອ​ຂ່າຍ ອານ​ກີ​ດາ. ກ່ອນ​ໜ້າ​ນັ້ນ, ຢູ່​ເທດສະບານ​ເມືອງ ​ແທນ​ອາຣານ ​ໃນ​ແຂວງ ອາ​ແລບ​ໂປ ທາງ​ພາກ​ເໜືອ​ຊີຣີ, ກໍ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າ​ງກຳລັງ​ລັດຖະບານ ​ແລະ ກຳລັງ​ຝ່າຍ​ຄ້ານ​ ອັນ​ໄດ້​ເຮັດ​ໃຫ້​ 20 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນສ່ວນຫຼາຍ​ແມ່ນ​ສາມັນ​ຊົນ.

ຂ່າວ/ບົດ​ອື່ນ