ເກີດເຫດວາງລະເບີດ2ຄັ້ງຢ່າງລຽນຕິດຢູ່Kenya,ກ່ວາ80ຄົນຖືກເສຍຊີວິດແລະຮັບບາດເຈັບ
ສະຖານທີ່ເກີດເຫດໃນການວາລະເບີດລົດເມ ເມື່ອວັນທີ 4/5
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)
(vovworld) – ວັນທີ 16/5, ເກີດເຫດລະເບີດ 2 ຄັ້ງຢ່າງລຽນຕິດຢູ່ເຂດຕະຫຼາດທີ່ຄັບຄາໜາແໜ້ນຢູ່ທາງທິດຕາເວັນອອກ ນະຄອນຫຼວງ Nairobi ຂອງ Kenya, ເຮັດໃຫ້ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດ ແລະ ກ່ວາ 70 ຄົນຖືກຮັບບາດເຈັບ. ວົງການເຈົ້າໜ້າທີ່ Kenya ໃຫ້ຮູ້ວ່າ: ເຫດລະເບີດຄັ້ງທຳອິດເກີດຂຶ້ນໃນລົດເມນ້ອຍ, ໃນຂະນະທີ່ເຫດລະເບີດຄັ້ງທີ 2 ເກີດຂຶ້ນຢູ່ໃນຕະຫຼາດ Gikomba. ຕຳຫຼວດໄດ້ຈັບຕົວຜູ້ຖືກສົງໄສໜຶ່ງຄົນ ແລະ ໃຫ້ຮູ້ວ່າ: ສາຍເຫດແມ່ນຍ້ອນບັນດາວັດຖຸລະເບີດທີ່ໄດ້ຜະລິດເອງຖືກແກ່ໃສ່ບັນດາເປົ້າໝາຍນີ້. ເຫດການດັ່ງກ່າວເກີດຂຶ້ນໃນສະພາບການ Nairobi ແລະ ນະຄອນທ່າກຳປັ່ນ Mombasa ພວມຕ້ອງປະເຊີນໜ້າກັບບັນດາກະແສຟອງບຸກໂຈມຕີກໍ່ການຮ້າຍ. ກ່ອນໜ້ານັ້ນ, ກໍ່ໃນເດືອນ 5 ນີ້, ມີເກືອບ 90 ຄົນເສຍຊີວິດ ແລະ ຮັບບາດເຈັບຍ້ອນເຫດວາງລະເບີດລົດເມ 2 ຄັ້ງຢ່າງລຽນຕິດ, ທີ່ໄດ້ຮັບຖືວ່າຍ້ອນທະຫານກະບົດ al – Shabab ມີສ່ວນກ່ຽວຂ້ອງເຖິງອົງການກໍ່ການຮ້າຍ Al – Qaeda ປະຕິບັດ.