​​ເຂດອະ​ນຸ​ສອນສະຖານປະທານໂຮ່ຈີມິນແລະຫໍພິພິດຕະພັນໄກສອນພົມວິຫານເພີ່ມທະວີການຮ່ວມມື

​​ເຂດອະ​ນຸ​ສອນສະຖານປະທານໂຮ່ຈີມິນແລະຫໍພິພິດຕະພັນໄກສອນພົມວິຫານເພີ່ມທະວີການຮ່ວມມື - ảnh 1
ພາບ​ປະ​ກອບ

(vovworld) –  ​ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ຮ່ວ​ມ​ມື​ປີ 2016 ລະ​ຫວ່າງ​ຄະ​ນະ​ຮັບ​ຜິດ​ຊອບ​ຫໍ​ພິ​ພິດ​ຕະ​ພັນ ໄກ​ສອນ ພົມ​ວິ​ຫານ​ຂອງ ລາວ ແລະ ​​ເຂດອະ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ​ຂອງ ຫວຽດ​ນາມ ໄດ້​ດຳ​ເນີນ​ໄປ​ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ຜູ້​ແທນ, ​​ເຂດອະ​ນຸ​ສອນ​​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ, ຫວຽດ​ນາມ ໄປ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ລາວ​ແຕ່​ວັນ​ທີ 15 – 21/7. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກ່ຽວ​ກັບ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ປີ 2016 ແມ່ນ​ຮັກ​ສາ​ການ​ພັດ​ທະ​ນາ​ການ​ພົວ​ພັນ 2 ຝ່າຍ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ວິ​ຊາ​ການ, ວິ​ຊາ​ສະ​ເພາະ ກໍ​ຄື​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ອື່​ນໆ​ເປັນ​ປະ​ຈຳ, ສືບ​ຕໍ່​ແລກ​ປ່ຽນ​ເອ​ກະ​ສານ, ໝາກ​ຜົນ​ແຫ່ງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ວິ​ຊາ​ສະ​ເພາະ, ບັນ​ດາ​ສິ່ງ​ພິມ​ທີ່​ກ່ຽ​ວ​ຂ້ອງ​ຮັບ​ໃຊ້​ວຽກ​ງານ​ສະ​ເພາະ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ຂອງ​ແຕ່​ລະ​ຝ່າຍ, ເປັນ​ເອ​ກະ​ພາບ​ກັນ​ຈະ​ເຊີນ​ຜູ້​ຕາງ​ໜ້າ​ຂອງ​ແຕ່​ລະ​ຝ່າຍ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສຳ​ຄັນ ແລະ ບັນ​ດາ​ໂຄງ​ການ​ໃຫຍ່​ໂດຍ​ແຕ່​ລະ​ຝ່າຍ​ຈັດ​ຕັ້ງ.

                                ມີ້​ບີ່ງ,ນັກ​ຂ່າວVOVປະ​ຈຳ​ລາວ



ຂ່າວ/ບົດ​ອື່ນ