(ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດ ຫວຽດນາມ)
(vovworld) – ຕອນບ່າຍວັນທີ 12/10, ຢູ່ນະຄອນ ໂຮ່ຈີມິນ, ສະໂມສອນນັກທຸລະກິດ ຫວຽດນາມ, ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ, ໄດ້ຈັດຕັ້ງລາຍການ “ວັນບຸນນັກທຸລະກິດ, ວິສາຫະກິດທົ່ວປະເທດປີ 2015” ດ້ວຍຫົວຂໍ້ “ ບັນດາກາລະໂອກາດ ແລະ ສິ່ງທ້າທາຍຂອງສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ກັບວິສາຫະກິດ ຫວຽດນາມ”. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ຫາກໍລົງນາມໃນສັນຍາ TPP ອັນໄດ້ເປີດກາລະໂອກາດພັດທະນາໃຫ້ພື້ນຖານເສດຖະກິດຂອງປະເທດຊາດ. ເມື່ອເຊື່ອມໂຍງເຂົ້າກັບສາກົນ, ບັນດາວິສາຫະກິດ ຫວຽດນາມ ທີ່ຢືນຢູ່ຕໍ່ໜ້າກາລະໂອກາດເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ ຄວນສ້າງຕັ້ງເປັນກຸ່ມຕ່າງໆ. ພິເສດແມ່ນບັນດາວິສາຫະກິດທຳການຜະລິດ, ດຳເນີນທຸລະກິດສຳລັບຂະແໜງສິນຄ້າດຽວ ໂຮມເຂົ້າກັນ ເພື່ອແບ່ງປັນຂໍ້ມູນຂ່າວສານ, ຄົ້ນຄວ້າຕະຫລາດ. ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ: ແນວໂຮມປະເທດຊາດ ຫວຽດນາມ ຈະສືບຕໍ່ປະຕິບັດພາລະໜ້າທີ່ຂອງຕົນຄືເປັນ“ຂົວເຊື່ອມຕໍ່” ລະຫວ່າງພັກ ກັບ ປະຊາຊົນເປັນຢ່າງດີ, ໃນນັ້ນ ຮັບຟັງຄຳເຫັນຂອງນັກທຸລະກິດ ເພື່ອປະກອບຄຳເຫັນໃຫ້ແກ່ພັກ ແລະ ລັດ”.