ເງິນລົງທຶນຈາກຕ່າງປະເທດເພີ່ມຂຶ້ນ 8,2 ຕື້ USD ໃນ 4 ເດືອນຕົ້ນປີ


ເງິນລົງທຶນຈາກຕ່າງປະເທດເພີ່ມຂຶ້ນ 8,2 ຕື້ USD ໃນ 4 ເດືອນຕົ້ນປີ - ảnh 1
ການຜະລິດ ໂອໂຕ ຂອງວິສາຫະກິດມີ FDI ຢູ່ ຫວຽດນາມ
(ພາບ: Hồng Kỳ/TTXVN)

(vovworld) – ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ, ຂຶ້ນ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ​ແລ້ວ, ຮອດ​ທ້າຍ​​ເດືອນ 4, ຍອດ​ວົງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຖືກ​ຈົດ​ທະບຽນ​ໃໝ່ ​ແລະ ​ເພີ່ມ​​ເຕີ່​ມ​ບັນລຸ 8,2 ຕື້ USD, ​ເພີ່ມ ຂຶ້ນ 17% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ການ​ປ່ອຍ​ເງິນ​ຄາດ​ວ່າ​ບັນລຸ 3,75 ຕື້ USD, ​ເພີ່ມ​ຂຶ້ນ 3,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາ​ຂົງ​ເຂດ​ທີ່​ດຶງ​ດູດ​​ໂຄງການ​ລົງທຶນ​ຫຼາຍທີ່​ສຸດ​ແມ່ນ: ອຸດສາຫະກຳ​ປຸງ​ແຕ່ງ, ອະສັງ​ຫະລິ​ມະ​ຊັບ, ຂາຍ​ສົ່ງ, ຂາຍຍ່ອຍ, ສ້ອມແປງ. ​ແຂວງ ​ແທງ​ຮ້ວາ ສືບ​ຕໍ​ແມ່ນ​ທ້ອງ​ຖິ່ນ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ຫຼາຍ​ທີ່​ສຸດ ດ້ວຍທຶນ​ຈົດ​ທະບຽນ​ໃໝ່ ​ແລະ ​ເພີ່ມ​ເຕີ່​ມ​ບັນລຸ 2,8 ຕື້ USD, ຢື່ນ​ອັນ​ດັບ 2 ​ແມ່ນ ​ໄຕ​ງວຽນ, ຈາກ​ນັ້ນ​ແມ່ນ ບິ່ນ​ດິ້ງ​. ​ໃນ​ 4 ​ເດືອນ​ຕົ້ນ​ປີນີ້, ມີ 37 ປະ​ເທດ ​ແລະ ​ເຂດ​​​ແຄ້ວນ​ລົງທຶນ​ເຂົ້າ ຫວຽດນາມ, ​ໃນ​ນັ້ນ ຍີ່ປຸ່ນ ​ແມ່ນ​ປະ​ເທດ​ນຳ​ໜ້າ.

 

ຂ່າວ/ບົດ​ອື່ນ