ເຊີດ​ຊູ​ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ດີ​ເດັ່ນ ​ເກືອບ 500 ຄົນ ໃນ​ໝູ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ທົ່ວ​ປະ​ເທດ

(VOVWORLD) - ຕອນບ່າຍວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າ ໄດ້ສົມທົບກັບ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດກອງປະຊຸມຍ້ອງຍໍຊົມເຊີຍ, ເຊີດຊູຜູ້ທີ່ມີອິດທິພົນຊື່ສຽງດີເດັ່ນໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນທົ່ວປະເທດ.
ເຊີດ​ຊູ​ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ດີ​ເດັ່ນ ​ເກືອບ 500 ຄົນ ໃນ​ໝູ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ທົ່ວ​ປະ​ເທດ - ảnh 1ພິທີມອບໃບຍ້ອງຍໍໃຫ້ຜູ້ມີອິດທິພົນຊື່ສຽງ (ພາບ: qdnd.vn)

        ໃນກອງປະຊຸມ, ມີ 497 ແບບຢ່າງດີເດັ່ນ, ເຊິ່ງຕາງໜ້າໃຫ້ຖັນແຖວຜູ້ມີອິດທິພົນຊື່ສຽງໃນທົ່ວປະເທດ, ໄດ້ຮັບໃບຍ້ອງຍໍຈາກທ່ານນາຍົກລັດຖະມົນຕີ ແລະ ລັດຖະມົນຕີ, ປະທານ ຄະນະກໍາມະການຊົນເຜົ່າ.  ນາງ ບານທິແອັງ, ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແຂວງ ບັກກ້ານ ແບ່ງປັນວ່າ:

        “ຂ້າພະເຈົ້າຍາມໃດກໍນຳໜ້າໃນການເຂົ້າຮ່ວມຂະບວນການຕ່າງໆ, ເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈກ່ຽວກັບນະໂຍບາຍຂອງລັດ, ລັດມີນະໂຍບາຍບຸລິມະສິດສະເພາະ ແລະ ເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນໃນບ້ານຄືແນວໃດ, ເພື່ອໃຫ້ເຂົາເຈົ້າເຂົ້າໃຈກ່ຽວກັບບັນດາຮີດເກົ່າຄອງເດີມທີ່ຫຼ້າຫຼັງ ແລ້ວຄ່ອຍໆຫຼຸດ ແລະ ລົບລ້າງໄປ ແຕ່ຍັງຮັກສາໄດ້ສີສັນເປັນເອກະລັກຂອງຕົນ”.

        ຕາມຄະນະກຳມະການຊົນເຜົ່າ, ໃນປີ 2023 ນີ້, ທົ່ວປະເທດ ຫວຽດນາມ ມີຜູ້ມີອິດທິພົນຊື່ສຽງທັງໝົດກວ່າ 28.500 ຄົນ ຢູ່ບັນດາເຜົ່າທີ່ແຕກຕ່າງກັນ. ຖັນແຖວຜູ້ມີອິດທິພົນຊື່ສຽງແມ່ນບຸກຄົນທີ່ຕັ້ງໜ້າໃນການຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ຢ່າງເຂັ້ມງວດ. ໄປຄຽງຄູ່ກັນນັ້ນ, ຜູ້ມີອິດທິພົນຊື່ສຽງຍັງຂົນຂວາຍໃຫ້ປະຊາຊົນຮັບປະກັນຫຼັກອະນາໄມ, ຄວາມສະອາດ, ປ້ອງກັນ, ຕ້ານພະຍາດ; ຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ, ສ້າງບ້ານເກີດເມືອງນອນໃນການຮັກສາຄວາມເຂັ້ມແຂງໃນທຸກດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ