(VOVWORLD) - ປັດຈຸບັນ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ພວມສ້າງແຜນຮ່າງ “ສ້າງເຄື່ອງໝາຍການຄ້າລະດັບຊາດກ່ຽວກັບການທ່ອງທ່ຽວວັດທະນະທຳ”.
ອົງການ World Travel Awards ເຊີດຊູຫຼາຍລາຍການ (ພາບ: baochinhphu.vn) |
ຫວຽດນາມ ເປັນກຽດໄດ້ຮັບການຄັດເລືອກວ່າ ແມ່ນ “ສະຖານທີ່ທ່ອງທ່ຽວມໍລະດົກແຖວໜ້າ ຂອງ ອາຊີ”, “ສະຖານທີ່ວັດທະນະທຳແຖວໜ້າຂອງ ອາຊີ” ແລະ “ສະຖານທີ່ມີອາຫານການກິນແຖວໜ້າຂອງ ອາຊີ”. ນີ້ແມ່ນຜົນການຄັດເລືອກຢູ່ທະວີບ ອາຊີ, ໂດຍອົງການໃຫ້ລາງວັນທ່ອງທ່ຽວໂລກ (World Travel Awards) ປະກາດຢ່າງເປັນທາງການໃນເວັບໄຊ ຂອງຕົນໃນວັນທີ 3 ພະຈິກ ຜ່ານມາ. ປີ 2020 ກໍແມ່ນປີທີສອງຢ່າງລຽນຕິດ ທີ່ຫວຽດນາມ ໄດ້ຮັບການຄັດເລືອກໃນທັງ 3 ລາຍການນີ້. ອີກຄັ້ງໜຶ່ງ, ວັດທະນະທຳ, ມໍລະດົກ, ອາຫານການກິນ ຂອງຫວຽດນາມ ແມ່ນບັນດາປັດໄຈພົ້ນເດັ່ນ ຍາດໄດ້ລາງວັນສາກົນທີ່ມີຊື່ສຽງນີ້ ມາໃຫ້ການທ່ອງທ່ຽວຫວຽດນາມ.
ປັດຈຸບັນ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ພວມສ້າງແຜນຮ່າງ “ສ້າງເຄື່ອງໝາຍການຄ້າລະດັບຊາດກ່ຽວກັບການທ່ອງທ່ຽວວັດທະນະທຳ”.