ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່: ຈຳນວນຜູ້ເສຍຊີວິດຢູ່ຈີນຂຶ້ນເປັນ 259 ຄົນແລ້ວ

(VOVWORLD) -ເຈົ້າໜ້າທີ່ແຂວງ ຮູເປີຍ, ປະເທດຈີນ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ຈີນ (2019-nCoV) ຂຶ້ນເປັນ 259 ຄົນແລ້ວ
ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່: ຈຳນວນຜູ້ເສຍຊີວິດຢູ່ຈີນຂຶ້ນເປັນ 259 ຄົນແລ້ວ - ảnh 1 (ພາບປະກອບ: TTXVN)

ຕອນເຊົ້າວັນທີ 01 ກຸມພາ, ເຈົ້າໜ້າທີ່ແຂວງ ຮູເປີຍ, ປະເທດຈີນ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ຈີນ (2019-nCoV) ຂຶ້ນເປັນ 259 ຄົນແລ້ວ, ໃນນັ້ນມີຜູ້ໃໝ່ເສຍຊີວິດໃໝ່ຕື່ມອີກ 45 ຄົນ.

          ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວໄດ້ເພີ່ມຂຶ້ນຢ່າງວ່ອງໄວຢູ່ ຂວາງກາງ ແລະ ແຊວກາງ, ເຊິ່ງແມ່ນ 2 ນະຄອນຕິດກັບນະຄອນ ອູ່ຫັ້ນ, ໄດ້ສ້າງຄວາມວິຕົກກັງວົນວ່າ ເຊື້ອພະຍາດດັ່ງກ່າວຈະລະບາດຢ່າງຮຸນແຮງຢູ່ແຂວງ ຮູເປີຍ, ທາງພາກກາງຂອງຈີນ. ຕາມເຈົ້າແຂວງແຂວງ ຮູເປີຍ ແລ້ວ, ສະພາບການຢູ່ ຂວາງກາງ ແມ່ນຮ້າຍແຮງເປັນພິເສດ, ຢູ່ແຫ່ງນີ້ໄດ້ກວດພົບ ຜູ້ຕິດເຊື້ອພະຍາດຈຳນວນ 573 ກໍລະນີ ແລະ ມີຜູ້ເສຍຊີວິດແມ່ນ 12 ຄົນ.

          ແລະກໍ່ໃນວັນດຽວກັນ, ຕາມຂໍ້ສະເໜີຂອງວົງການເຈົ້າໜ້າທີ່ຈີນ ແລ້ວ, ເຢຍລະມັນ ໄດ້ສົ່ງໂສ້ງເສື້ອປ້ອງກັນສາທາລະສຸກ 10.000 ຊຸດໄປຍັງນະຄອນ ອູ່ຫັ້ນ ແລະ ຮັບພົນລະເມືອງຂອງປະເທດນີ້ພວມຕິດຄ້າງຢູ່ ອູ່ຫັ້ນ ຈຳນວນກວ່າ 100 ຄົນກັບເມືອປະເທດ. ແລະກໍ່ຢູ່ທີ່ ເຢຍລະມັນ ກໍ່ກວດພົບເດັກນ້ອຍຄົນໜຶ່ງທີ່ຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຕື່ມອີກ, ຍົກຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຂຶ້ນເປັນ 6 ຄົນ.

          ໃນເຫດການທີ່ກ່ຽວຂ້ອງ, ຄະນະກຳມະການຈັດຕັ້ງງານມະໂຫລານກິລາ Olympic ຍີ່ປຸ່ນ ແຈ້ງວ່າ, ຈະບໍ່ຍົກເລີກເຫດການກິລາດັ່ງກ່າວຍ້ອນເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ