ເດືອນ 09, CPI ເພີ່ມຂຶ້ນ 0,4%
(ພາບປະກອບ)
(vovworld) – ຕາມຕົວເລກໂດຍກົມໃຫຍ່ສະຖິຕິປະກາດໃນວັນທີ 24/09, CPI ໃນເດືອນ 09 ເພີ່ມຂຶ້ນ 0,4%, ນີ້ແມ່ນລະດັບເພີ່ມຂຶ້ນສູງສຸດໃນ 7 ເດືອນມໍ່ໆມານີ້. CPI ໃນເດືອນ 09 ເພີ່ມຂຶ້ນສຳລັບ 9/11 ໝວດສິດນຄ້າ ແລະ ການບໍລິການລວມ ດ້ວຍລະດັບເພີ່ມຂຶ້ນແຕ່ 0,21 – 6,38%; ໃນນັ້ນ, ລະດັບເພີ່ມຂຶ້ນໜ້ອຍສຸດແມ່ນໝວດອຸປະກອບ ແລະ ເຄື່ອງໃຊ້ສອຍ, ສ່ວນການສຶກສາແມ່ນໝວດເພີ່ມຂຶ້ນຫຼາຍກວ່າໝູ່.
ຫົວໜ້າກົມສະຖິຕິລາຄາ, ກົມໃຫຍ່ສະຖິຕິ ຫງວຽນດຶກທັ໋ງ ໃຫ້ຮູ້ວ່າ CPI ໃນເດືອນ 09 ເພີ່ມຂຶ້ນ ຍ້ອນບາງທ້ອງຖ່ິນໄດ້ປະຕິບັດຂັ້ນຕອນເພີ່ມຄ່າຮຽນໃນສົກຮຽນ 2014 – 2015 ຂອງກະຊວງສຶກສາ ແລະ ບຳລຸງສ້າງ, ພ້ອມທັງຄວາມຕ້ອງການປື້ມ, ເຄື່ອງຮັບໃຊ້ໃນການຮໍ່າຮຽນໃຫ້ນັກຮຽນກໍ່ເພີ່ມຂຶ້ນສູງ ເຮັດໃຫ້ດັດສະນີລາຄາໝວດສຶກສາເພີ່ມຂຶ້ນສູງຢູ່ໃນລະດັບ 6,38% ອັນໄດ້ປະກອບເຂົ້າ CPI ລວມ 0,36%.
ຍ້ອນບັນດາວິສາຫະກິດສົ່ງອອກເຂົ້າສານ ເພີ່ມທະວີການເກັບຊື້ເຂົ້າສານເພື່ອສົ່ງອອກ ສະນັ້ນລາຄາເຂົ້າສານຢູ່ບັນດາແຂວງພາກໃຕ້ກໍ່ເພີ່ມຂຶ້ນ. ເວລາພັກຜ່ອນໃນໂອກາດວັນຊາດຫວຽດນາມ 02/09 ແກ່ຍາວ 4 ວັນ ແລະ ໃນເດືອນຍັງມີວັນບຸນໄຫວ້ພະຈັນ ກໍ່ປະກອບສ່ວນຍູ້ລາຄາສະບຽງອາຫານ, ເຄື່ອງກິນດື່ມ ແລະ ການບໍລິການບາງປະເພດເພີ່ມຂຶ້ນ.
ຄາດຄະເນວ່າ, ລະດັບ CPI ໃນເດືອນ 10 ຈະເພີ່ມຂຶ້ນຢູ່ໃນລະດັບຄືເດືອນ 09, ຍ້ອນລາຄາສິນຄ້າ, ສະບຽງອາຫານ, ເຄື່ອງໃຊ້ສອຍກໍ່ຈະເພີ່ມຂຶ້ນຫນ້ອຍໜຶ່ງ.