ເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ

ເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ - ảnh 1
ພາບປະກອບ

(vovworld) – ການ​ເຄື່ອນ​ໄຫວ​ຕ່າງໆ​ເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດ​ໃຫ້​ຄົນ​ທຸກ​ຍາກ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ.

    ​ແຕ່​ວັນ​ທີ 23/1 ຮອດ​ວັນ​ທີ 27/1, ບໍລິສັດ​ປະກັນ​ຊີວິດ Prudential ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຫ້ອງການ​ແຮ​ງງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຢູ່​​ເມືອງ​ຕ່າງໆ​​ໃນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​​ມອບ​ຂອງຂວັນບຸນ​​ເຕັດ 320 ພູດ ດ້ວຍ​ຍອດ​ມູນ​ຄ່າ 170 ລ້ານ​ດົ່ງ​ໃຫ້​ແກ່​ບັນດາ​ບຸກຄົນ, ຄອບຄົວ​ທຸກ​ຍາກ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປະຈຳປີ​ຂອງ Prudential ຫວຽດນາມ ທີ່​ໄດ້​ຮັບ​ການ​ປະຕິບັດ​ໃນ​ຫຼາຍ​ປີຜ່ານມາ. ກ່ອນ​ໜ້າ​ນັ້ນ, Prudential ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ປີ​ໃໝ່​ໃຫ້​ບັນດາ​ເປົ້າ​ໝາຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ ຫຼື ​ແມ່ນ​ເປົ້າໝາຍ​ນະ​ໂຍບາຍ​ຢູ່​ທ້ອງ​ຖີ່​ນຕ່າງ​ໆ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ຍອດ​ຈຳ​ນວນ​ເງິນ​ກ່ວາ 550 ລ້ານ​ດົ່ງ.

    ​ແຕ່​ວັນ​ທີ 18 – 24/1, ພະ​ແນ​ກ ອຸດສາຫະກຳ - ການ​ຄ້າ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ການ​ຄ້າ​ນຳ​ສິນຄ້າ​ທີ່​ຈຳ​ເປັນ​​ໄປ​ຮັບ​ໃຊ້​ພໍ່​ແມ່​ປະຊາຊົນ 13 ​ແຂວງ​​ໃນ​ເຂດພູດ​ອຍ, ສ້າງ​​ເງື່ອນ​ໄຂ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ເຂດ​ພູດ​ອຍຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ສົມ​ບູນພູນ​ສຸກ.

    ວັນ​ທີ 23/1, ການ​ນຳ​ແຂວງ ກວາງ​ນາມ ​ແລະ ນະຄອນ ​ໂຮ້ຍອານ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ສະຫະພັນ​ແຮງ​ງານ ​ແຂວງ ​ໄດ້​ລົງ​ອວຍພອນ​ປີ​ໃໝ່ ​ແລະ ມອບ​ຂອງຂວັນ​ເກືອບ 100 ພູດ​​ເຊິ່ງລວມມີ: ​ເຂົ້າ, ​ເຂົ້າໜົມ​ຊະ​ນິດຕ່າງໆ ​ແລະ ​ເຄື່ອງ​​ໃຊ້​ໄມ້​ສ​ອຍຮັບ​ໃຊ້​ບຸນ​ເຕັດ​ໃຫ້​ແກ່​ປະຊາຊົນ ​ແລະ ນັກຮົບ​ໃນ​ເກາະ ກູ່​ລາວ​ຈາມ, ນະຄອນ ​ໂຮ້ຍອານ.

 

 

ຂ່າວ/ບົດ​ອື່ນ