ເບັ໊ນແຈ ປຸກລະດົມການປູກຕົ້ນໄມ້ 10 ລ້ານຕົ້ນນັບແຕ່ນີ້ຮອດປີ 2025

(VOVWORLD) -ການປູກຕົ້ນໄມ້, ປູກປ່າໄດ້ປະກອບສ່ວນສຳຄັນເຂົ້າໃນການເປັນເຈົ້າການປ້ອງກັນ, ຕ້ານການເຊາະເຈື່ອນ, ຈຳກັດໄພນ້້ຳຖ້ວມ, ປັບອາກາດ, ປັບປຸງສິ່ງແວດລ້ອມຊີວະພາບ…

ເບັ໊ນແຈ ປຸກລະດົມການປູກຕົ້ນໄມ້ 10 ລ້ານຕົ້ນນັບແຕ່ນີ້ຮອດປີ 2025 - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ

(ພາບ: VGP)

ໂດຍປະຕິບັດຕາມຂໍ້ລິເລີ່ມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບການປູກຕົ້ນໄມ້ 1 ຕື້ຕົ້ນໃນໄລຍະ 5 ປີຈະມາເຖິງ, ວັນທີ 02 ມັງກອນ, ຢູ່ເມືອງ ບິ່ງດ້າຍ, ຄະນະກຳມະການປະຊາຊົນແຂວງ ເບັ໊ນແຈ ໄດ້ສົມທົບກັບປະຕູຖານຂໍ້ມູນເອເລັກໂຕນິກ ແລະ ກອງທຶນໃຈບຸນແຂວງ ເບັ໊ນແຈ ຈັດພິທີປຸກລະດົມການປູກຕົ້ນໄມ້ໃຫ້ໄດ້ 10 ລ້ານຕົ້ນນັບແຕ່ນີ້ຮອດປີ 2025 ໃນບໍລິເວນແຂວງ. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ, ເນັ້ນໜັກວ່າ.

        “ການປູກຕົ້ນໄມ້, ປູກປ່າໄດ້ປະກອບສ່ວນສຳຄັນເຂົ້າໃນການເປັນເຈົ້າການປ້ອງກັນ, ຕ້ານການເຊາະເຈື່ອນ, ຈຳກັດໄພນ້້ຳຖ້ວມ, ປັບອາກາດ, ປັບປຸງສິ່ງແວດລ້ອມຊີວະພາບ… ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ຂ້າພະເຈົ້າປາດຖະໜາວ່າ, ແຜນຮ່າງປູກຕົ້ນໄມ້ 10 ລ້ານຕົ້ນໃນບໍລິເວນແຂວງ ເບັ໊ນແຈ ຈະໄດ້ຮັບການປະຕິບັດໃຫ້ສຳເລັດຜົນ, ໂຄງການຈະກາຍເປັນແບບຢ່າງທີ່ດີໃນການປະຕິບັດຂໍ້ລິເລີ່ມຂອງທ່ານນາຍົກລັດຖະມົນຕີໃຫ້ມີປະສິດທິຜົນໂດຍໄວ, ແຜ່ຂະຫຍາຍເຖິງທ້ອງຖິ່ນອື່ນໆໃນທົ່ວປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ