ເບລາຣຸດເອົາໃຈໃສ່ເຖິງການເປີດກ້ວາງການຮ່ວມມືກັບຫວຽດນາມ

ເບລາຣຸດເອົາໃຈໃສ່ເຖິງການເປີດກ້ວາງການຮ່ວມມືກັບຫວຽດນາມ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ເບ​ລາ​ຣຸດ Alexander Lukaschenkoຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ ເບ​ລາ​ຣຸດ ໂດ້​ວັນ​ມາຍ ກ່ອນ​ທີ່​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ


(vovwolrd)- ໃນ​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ ເບ​ລາ​ຣຸດ ໂດ້​ວັນ​ມາຍ ກ່ອນ​ທີ່​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ເບ​ລາ​ຣຸດ Alexander Lukaschenko ເນັ້ນ​ໜັກ​ວ່າ ເບ​ລາ​ຣຸດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ​ໃນ​ທຸກ​ຂົງ​ເຂດ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ເບ​ລາ​ຣຸດ Alexander Lukaschenko ສະ​ແດງ​ຄວ​າມ​ເຊື່ອ​ໝັ້ນ​ວ່າ ໃນ​ທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ, ຫວຽດ​ນາມ​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ພັ​ດ​ທະ​ນາ​ໃນ​ໂລກ, ພ້ອມ​ທັງ​ຢືນ​ຢັນ​ວ່າ ເບ​ລາ​ຣຸດ ຢາກ​ສ້າງ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ຫວຽດ​ນາມ.

   ທີ່​ການ​ພົບ​ປະ, 2 ຝ່າຍ​ຍັງ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ເບ​ລາ​ຣຸດ Alexander Lukaschenko​ໃນ​ທ້າຍ​ປີ 2015, ໃນ​ນັ້ນ​ 2 ປະ​ເທດ​ຈະຊຸກ​ຍູ້​ບັນ​ດາ​ໂຄງ​ການ​ທີ່​ແນ​ໃສ່​ຍົກ​ລະ​ດັບ​ການ​ຮ່ວມ​ມື 2 ຝ່າຍ​ໃຫ້​ທຽບເທົ່າກັບ​ສາຍ​ພົວ​ພັນ​ທີ່​ເບ​ລາ​ຣຸດ​ເຄີຍ​ຖື​ເປັນ​ສິ່ງ​ຮັບ​ບຸ​ລິ​ມະ​ສິດ​ໃນ​ພາກ​ພື້ນ​ອາ​ຊີ.

ຂ່າວ/ບົດ​ອື່ນ