(vovworld) – ຕອນເຊົ້າວັນທີ 14/07, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 29 ຂຶ້ນ. ຄາດວ່າ, ກອງປະຊຸມຈະຖືກແກ່ຍາວຮອດວັນທີ 16/07. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ: ກອງປະຊຸມຄັ້ງທີ 29 ເຊິ່ງແມ່ນກອງປະຊຸມສຳຄັນ, ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ. ຄະນະປະຈຳສະພາແຫ່ງຊາດ ກໍ່ຈະຕີລາຄາໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 7 ແລະ ໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13.
ພາຍຫຼັງເປີດກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫລືກ່ຽວກັບຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ. ບັນດາສະມາຊິກສະພາແຫ່ງຊາດ ເຫັນດີຄວນສ້າງຕັ້ງໂຄງການສະເພາະກ່ຽວກັບຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງ ແລະ ກຳນົດຕົວເລກສ່ວນຕົວ, ແຕ່ວ່າ ຕ້ອງຮັບປະກັນລັກສະນະເປັນໄປຂອງການປະຕິບັດການກໍ່ສ້າງພື້ນຖານໂຄງລ່າງເຕັກນິກຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ. ທ່ານດ່າວຈ້ອງທີ, ຫົວໜ້າກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນຂອງສະພາແຫ່ງຊາດ ໃຫ້ຄຳເຫັນວ່າ.
“ຖ້າຫາກພວກເຮົາສຳພັດກັບຖານຂໍ້ມູນເອເລັກໂຕນິກ ມັນມີ 2 ດ້ານ, ຖານຂໍ້ມູນແຫ່ງຊາດບໍ່ແມ່ນພື້ນຖານຂໍ້ມູນຕົ້ນສະບັບ ຫາກນີ້ແມ່ນພື້ນຖານລວມສາມາດອັບເດັດຂໍ້ມູນຈາກບັນດາຖານຂໍ້ມູນແຫ່ງຊາດອື່ນ. ພວກເຮົາເຄື່ອນໄຫວອີງຕາມທັງອັບເດັດຂໍ້ມູນເຂົ້າ, ທັງຂຸດຄົ້ນຂໍ້ມູນ.”
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດກໍ່ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍສຳມະໂນຄົວ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ກໍ່ສະເໜີຮ່າງກົດໝາຍ 2 ສະບັບດັ່ງກ່າວ ຕ້ອງກຳນົດຢ່າງຈະແຈ້ງວ່າ ກະຊວງ, ຂະແໜງການໃດຈະຮັບຜິດຊອບຄຸ້ມຄອງຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງທີ່ເໝາະສົມກ່ວາໝູ່.