ກອງປະຊຸມຄະນະກຳມະການ ວັດທະນະທຳ-
ຂໍ້ມູນຂ່າວສານ ອາຊຽນ ຄັ້ງທີ (ASEAN-COCI 51)
(ພາບ: TTXVN)
(vovworld)- ກອງປະຊຸມຄະນະກຳມະການ ວັດທະນະທຳ-ຂໍ້ມູນຂ່າວສານ ອາຊຽນ ຄັ້ງທີ (ASEAN-COCI 51) ໄດ້ໄຂຂື້ນໃນຕອນເຊົ້າ ວັນທີ 8/11, ຢູ່ນະຄອນຫຼວງວຽງຈັນ, ລາວ, ແມ່ນເຫດການປະຈຳປີ ຂອງຄະນະກຳມະການ ເພື່ອແນໃສ່ຕີລາຄາ ຜົນການເຄື່ອນໄຫວຮ່ວມມື ໃນຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວ ໃນພາກພື້ນ ກໍ່ຄືປຶກສາຫາລື ເພື່ອຍົກອອກບັນດາຂໍ້ສະເໜີ, ຂໍ້ລິເລີ່ມການຮ່ວມມືໃໝ່. ໃນໄລຍະ ດຳເນີນກອງປະຊຸມ 2 ວັນ, ບັນດາຜູ້ແທນ ຈະສຸມໃສ່ກວດກາ, ຕີລາຄາຄວາມຄືບໜ້າ ບັນດາໂຄງການວັດທະນະທຳ, ຖະແຫຼງຂ່າວ ຂອງອາຊຽນ ທີ່ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍ; ອະນຸມັດບັນດາໂຄງການໃໝ່ ໂດຍບັນດາປະເທດສະມາຊິກສະເໜີ; ພ້ອມທັງຍົກອອກບັນດາຂໍ້ລິເລີ່ມ, ກຳນົດທິດໃໝ່ ແນໃສ່ເປີດກວ້າງການຮ່ວມມື ກັບບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ໃນໄລຍະຈະມາເຖິງ. ນອກຈາກນັ້ນ, ບັນດາຜູ້ແທນກໍ່ຈະປຶກສາຫາລື ແລະ ຍົກອອກບັນດາຂໍ້ລິເລີ່ມ ເພື່ອພ້ອມກັນຮ່ວມມື, ຜັນຂະຫຍາຍບັນດາເຫດການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງອາຊຽນ ໃນປີ 2017.