ເປີດການບໍລິການຮັບ-ສົ່ງຜົນການແກ້ໄຂລະບຽບການບໍລິຫານຜ່ານທາງໄປສະນີ
ເປີດການບໍລິການຮັບ-ສົ່ງຜົນການແກ້ໄຂ
ລະບຽບການບໍລິຫານຜ່ານທາງໄປສະນີ
(ພາບ: VTC)
(vovworld) - ຕອນເຊົ້າວັນທີ 16/12 ຢູ່ ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ - ສື່ສານ, ບໍລິສັດໃຫຍ່ໄປຊະນີ ຫວຽດນາມ ຈັດຕັ້ງພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແລະ ເປີດການບໍລິການຮັບສຳເນົາເອກະສານ ແລະ ສົ່ງຜົນການແກ້ໄຂລະບຽບການບໍລິຫານຜ່ານການບໍລິການໄປສະນີສາທາລະນະປະໂຫຍດ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ: ເລື່ອງຜັນຂະຫຍາຍສຳເລັດບໍລິການຮັບສຳເນົາເອກະສານ ແລະ ສົ່ງຜົນການແກ້ໄຂລະບຽບການບໍລິຫານຜ່ານການບໍລິການໄປສະນີສາທາລະນະປະໂຫຍດແມ່ນເລື່ອງສຳຄັນທີ່ສຸດ, ເປີນຂີດໝາຍຄວາມມານະພະຍາຍາມຂອງຂະແໜງໄປສະນີ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວວ່າ:
“ປະຈຸບັນມີປະມານ 86% ຈຳນວນລະບຽບການບໍລິຫານຄວນເປັນໄປສູ່ການຮັບໃຊ້ປະຊາຊົນ ຜ່ານເຄືອຂ່າຍອິນເຕີແນັດ. ລັດຖະບານມອບໝາຍໃຫ້ກະຊວງຖະແຫຼງ ຂ່າວ - ສື່ສານ ປຸກລະດົມທັງວິສາຫະກິດໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ໄປສະນີ ພ້ອມກັນເຂົ້າຮ່ວມການສ້າງປະຕູຂໍ້ມູນສະໜອງການບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີແນັດໃຫ້ທັງລະບົບບໍລິຫານ. ຂ້າພະເຈົ້າຫວັງວ່າ: ບໍລິສັດໃຫຍ່ໄປສະນີ ຫວຽດນາມ ຈະຕັ້ງໜ້າກ່ວາອີກ ເພື່ອປະຕິບັດໜ້າທີ່. ”