(vovworld) - ຕອນຄໍ່າວັນທີ 6/8, ຢູ່ນະຄອນ Can Tho, ໄດ້ຈັດພິທີເປີດງານມະຫາກໍກິລາ Hoi khoe Phu Dong ທົ່ວປະເທດຄັ້ງທີ 8 ປີ 2012. ໃນສູນທອນພົດເປີດງານມະຫາກໍກິລາ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ Tran Quang Quy ໄດ້ຍ້ອງຍໍນັກກິລາດີເດັ່ນກວ່າ 6500 ຄົນທີ່ບັນລຸໄດ້ຜົນງານສູງໃນຂະບວນການແຂງຂັນກິລາຂອງ 63 ແຂວງທີ່ເຂົ້າຮ່ວມການຊິງຫຼຽນທັງໝົດ 476 ຫຼຽນ ຂອງກິລາ 19 ປະເພດ, ທີ່ງານມະຫາກຳກິລາ Hoi khoe Phu Dong ຄັ້ງນີ້. ຕາມທ່ານຮອງລັດຖະມົນຕີແລ້ວ, Hoi khoe Phu Dong ແມ່ນການເຄື່ອນໄຫວສຸດຍອດຂອງຂະບວນການກິລາຢູ່ໃນໂຮງຮຽນເພື່ອຍົກສູງການເຟິກແອບກິລາກາຍຍະກຳເພື່ອສຸຂະພາບ ແລະ ຫຼໍ່ຫຼອມທັດສະນະຄຸນສົມບັດຂອງນັກຮຽນ. ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ Tran Quang Quy ໄດ້ເນັ້ນໜັກວ່າ.
“Hoi khoe Phu Dong ດ້ວຍວິວິດການພັດທະນາໃນຕະຫຼອດ 30 ປີຜ່ານມາ ໄດ້ຢືນຢັນແມ່ນໜຶ່ງໃນບັນດາການເຄື່ອນໄຫວສຶກສາທີ່ມີປະສິດທິຜົນ ເພື່ອແນໃສ່ຮັກສາການເຄື່ອນໄຫວດ້ານກິລາໃນໂຮງຮຽນສາມັນໃນທົ່ວປະເທດ, Hoi khoe Phu Dong ເພື່ອຍ້ອງຍໍສັນລະເສີນກຳລັງ ປະກອບສ່ວນບຳລຸງສ້າງຄົນເກັ່ງກ້າສາມາດໃຫ້ແກ່ປະເທດຊາດ…”