ເປີດງານວາງສະແດງສິລະປະຂຽງໜັງສືຈີນອວຍພອນລະດູບານໃໝ່ປີມະແມຢູ່ຮ່າໂນ້ຍ

ເປີດງານວາງສະແດງສິລະປະຂຽງໜັງສືຈີນອວຍພອນລະດູບານໃໝ່ປີມະແມຢູ່ຮ່າໂນ້ຍ - ảnh 1
ງານ​ວາງສະ​ແດງ​ສິລະ​ປະ​ຂຽງ​ໜັງສືຈີນ​,
ດ້ວຍ​ຫົວ​ຂໍ້​ວ່າ “ສົ່ງ​ເສີມ​ການ​ຮຽນ“
(ພາບ: phapluatxahoi.vn)

(vovworld) - ວັນ​ທີ 12/2, ຢູ່​ເຂດ​ໜອງ​ວັນ, ​ຂຶ້ນ​ກັບ​ບໍລິ​ເວນ​ວັນ​ມ໋ຽວ - ກວົກຕືຢາມ, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຮ່າ​ໂນ້ຍ ​ໄດ້ ເປີດ​ງານ​ວາງສະ​ແດງ​ສິລະ​ປະ​ຂຽນ​ໜັງສືຈີນ​, ດ້ວຍ​ຫົວ​ຂໍ້​ວ່າ “ສົ່ງ​ເສີມ​ການ​ຮຽນ“ ນີ້​ແມ່ນ​ການ​ເ​ຄື່ອນ​ໄຫວ​ໃນ​ຂອບເຂດ​ງານ​ບຸນສິລະ​ປະ​ຂຽນ​ໜັງສື​ຈີນອວຍພອນ​ລະດູບານ​ໃໝ່​ປີ​ມະ​ແມ​ 2015. ງານ​ວາງສະ​ແດງ ​ໄດ້​ແນະນຳຮູບ​ຕົວ​ໜັງສື​ຈີນ 70 ກວ່າ​ຮູບ​ ຂອງ​ບັນດາ​ສະ​ໂມ​ສອນ​ສິລະ​ປະ​ຂຽນ​​ໜັງສື​ຈີ​ນຢູ່​ຮ່າ​ໂນ້ຍ, ​ເຊິ່ງ​ແມ່ນບັນດາ​ຄຳ​ເວົ້າ​ທີ່​ມີ​ຊື່​ສຽງ, ຄຳ​ສັ່ງສອນ, ວັນນະຄະດີ​ກາບກອນ… ຂອງ​ບັນພະບຸລຸດ​ກ່ຽວ​ກັບ​ຫົວ​ເລື່ອງ​ສົ່ງ​ເສີມ​ການ​ຮຽນ​ຜ່ານ​ໄລຍະ​ປະຫວັດສາດ​ຕ່າງໆ.

        ງານ​ວາງສະ​ແດງ​ສິລະ​ປະ​ຂຽນ​ໜັງສື​ຈີນດ້ວຍ​ຫົວ​ຂໍ້ “ສົ່ງ​ເສີມ​ການ​ຮຽນ“, ​ຈະ​ປະກອບສ່ວນ​ສົ່ງ​ເສີມ, ປຸກລະດົມ​ຈິດ​ໃຈ​ບືນ​ຕົວ​ຂຶ້ນ​ໃນ​ການ​ຮຳ່ຮຽນ​ຂອງ​ຊາວ​ຫວຽດນາມ ​ລຸ້ນຕ່າງໆ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ.

ຂ່າວ/ບົດ​ອື່ນ