ເປີດຕົວໜັງສືພິມ Thoi Dai ເອເລັກໂຕນິກ ພາສາລາວ ແລະ ພາສາຂະແມ
(VOVWORLD) -ຍາມໃດຫວຽດນາມກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.
ພິທີເປີດຕົວ ໜັງສືພິມຍຸກສະໄໝ ເອເລັກໂຕນິກ ພາສາລາວ, ພາສາຂະແມ
|
ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍໜັງສືພິມ Thoi Dai (ຍຸກສະໄໝ) ໄດ້ຈັດຕັ້ງພິທີເປີດຕົວ ໜັງສືພິມຍຸກສະໄໝ ເອເລັກໂຕນິກ ພາສາລາວ, ພາສາຂະແມ ດ້ວຍເວັບໄຊ huunghivietlao.thoidai.com.vn ແລະ huunghivietnamcampuchia.thoidai.com.vn.
ທີ່ພິທີເປີດຕົວ, ຜູ້ຕາງໜ້າການນຳ ໜັງສືພິມຍຸກສະໄໝ ໃຫ້ຮູ້ວ່າ, ຍາມໃດຫວຽດນາມກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ. ໃນທ່າມກາງສະພາບການທົ່ວໂລກ ແລະ ພາກພື້ນ ມີການຜັນແປສັບສົນຫຼາຍຢ່າງ, ແມ່ນຕ້ອງການບັນດາຜະລິດຕະພັນສື່ສານທີ່ມີຄຸນນະພາບ ແລະ ສະໜິດສະໜົມທີ່ສຸດ ເພື່ອແນໃສ່ຕິດພັນ, ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງຫວຽດນາມກັບບັນດາປະເທດ; ມານະພະຍາຍາມຮັກສາ ແລະ ພັດທະນາການພົວພັນສາມັກຄີ ແລະ ມິດຕະພາບຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ; ປະຕິເສດບັນດາຖ້ອຍທຳນອງຜິດພາດ, ເສກສັນປັ້ນແຕ່ງ, ກໍ່ຄວາມຂັດແຍ່ງ ແລະ ແບ່ງແຍກການພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືຂອງປະຊາຊົນຫວຽດນາມ ກັບລາວ, ກຳປູເຈຍເວົ້າສະເພາະ ແລະ ໃນໂລກເວົ້າລວມ.