ເປີດນຳໃຊ້ 4 ກິດຈະກຳໃຫຍ່ຢູ່ຮ່າໂນ້ຍ

   ເປີດນຳໃຊ້ 4 ກິດຈະກຳໃຫຍ່ຢູ່ຮ່າໂນ້ຍ - ảnh 1
ພິ​ທີ​ເປີດ​ນຳ​ໃຊ້​ຂົວ​ເຍີດ​ເຕີນ


(vovworld)- ຕອນ​ເຊົ້າ​ວັນ​ທີ 4/1, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໄດ້​ຈັດ​ພິ​ທີ​ເປີດ​ນຳ​ໃຊ້​ສຳ​ລັບ 4 ໂຄງ​ການ​ຊຶ່ງ​ລວມ​ມີ : ເຮືອນຮັບ​ແຂກພິ​ເສດ A , ອາ​ຄານ​ຜູ້​ໂດຍ​ສານ T2-ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ​ໂນ້ຍ​ບາຍ, ຂົວ​ເຍີດ​ເຕີນ; ເສັ້ນ​ທາງ​ເຊື່ອມ​ຕໍ່​ລະ​ຫວ່າງ​ສະ​ໜາມ​ບິນ​ສາ​ກົນ​ໂນ້ຍ​ບາຍ​ກັບ​ຂົວ​ເຍິດ​ເຕີນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ​ພ້ອມ​ດ້ວຍ​ບັນ​ດາ​ອະ​ດີດ​ການ​ນຳ​ພັກ, ສະ​ພາ​ແຫ່ງ​ຊາດ​ໄດ້​ເຂົ້າ​ຮ່ວມ ແລະ ຕັດ​ແຖບ​ຜ້າ​ເປີດ​ນຳ​ໃຊ້​ບັນ​ດາ​ໂຄງ​ການ. ຢູີ່່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ໄດ້​ຊົມ​ເຊີຍ​ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ເພື່ອ​ສຳ​ເລັດ​ບັນ​ດາ​ໂຄງ​ການ ແລະ ນຳ​ເຂົ້າ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ສະ​ເໜີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຈົ່ງ​ຊີ້​ນຳ​ບັນ​ດາ​ຫົວ​ໜ່ວຍ​ກ່ຽວ​ຂ້ອງ​ສົມ​ທົບ​ກັນ​ເ​ປັນ​ຢ່າງ​ດີ​ເພື່ອ​ຂຸດ​ຄົ້ນ​ບັນ​ດາ​ໂຄງ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

 

ຂ່າວ/ບົດ​ອື່ນ