(VOVWORLD) -ໄລ່ມາຮອດວັນທີ 23 ມັງກອນ 2022, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 8.500 ເທື່ອຄົນມາຢ້ຽມຢາມຢູ່ 3 ທ້ອງຖິ່ນ
(ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ) |
ຕອນບ່າຍວັນທີ 24 ມັງກອນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດ “ກອງປະຊຸມສຳມະນາເປັນເອກະພາບຂັ້ນຕອນ, ມາດຕະການແກ້ໄຂ ເພື່ອເປີດປະຕູການເຄື່ອນໄຫວທ່ອງທ່ຽວສາກົນ”, ຕາມຮູບແບບໂດຍກົງ ແລະ ທາງໄກເຖິງ 20 ສະຖານທີ່ຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ. ໄລ່ມາຮອດວັນທີ 23 ມັງກອນ 2022, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 8.500 ເທື່ອຄົນມາຢ້ຽມຢາມຢູ່ 3 ທ້ອງຖິ່ນຄື: ຟູກວກ (ກຽນຢາງ), ແຄງຮ່ວາ, ກວາງນາມ. ມາຮອດປະຈຸບັນ ບັນດາບໍລິສັດທ່ອງທ່ຽວສາກົນໂຮງແຮມ ແລະ ຫົວໜ່ວຍຂົນສົ່ງໄດ້ຈົດທະບຽນເຂົ້າຮ່ວມການຕ້ອນຮັບນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ. ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ, ຖືວ່າ:
“ດ້ວຍບັນດາເງື່ອນໄຂຄື ຫວຽດນາມ ໃນປະຈຸບັນ, ເມື່ອອັດຕາຜູ້ສັກວັກຊິນບັນລຸລະດັບສູງ ນອນໃນ top 10 ຂອງໂລກ, ເມື່ອຄວາມຕັດສິນໃຈຂອງຂະແໜງສາທາລະນະສຸກ ແລະ ແຜນນະໂຍບາຍຂອງນາຍົກລັດຖະມົນຕີກ່ຽວກັບບັ້ນສັກວັກຊິນລະດູບານໃໝ່ຮອດວັນທີ 30 ມີນາ ຈະສັກວັກຊິນເຂັມທີ 3 ໃຫ້ປະຊາຊົນໝົດທຸກຄົນ, ນີ້ິ້ກໍ່ແມ່ນກາລະໂອກາດເພື່ອໃຫ້ພວກເຮົາພິຈາລະນາເປີດປະຕູຫຼາດຄືນໃໝ່, ບັນດາວິສາຫະກິດ, ບໍລິສັດທ່ອງທ່ຽວ, ບັນດາອົງການທີ່ກ່ຽວຂ້ອງຈະກະກຽມເງື່ອນໄຂເພື່ອໃຫ້ພວກເຮົາຕ້ອນຮັບນັກທ່ອງທ່ຽວຢ່າງສະດວກ”.
ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສະເໜີເປີດປະຕູການເຄື່ອນໄຫວທ່ອງທ່ຽວສາກົນຢ່າງຮອບດ້ານ, ຕ້ອນຮັບນັກທ່ອງທ່ຽວສາກົນມາ ຫວຽດນາມ, ພາແຂກທ່ອງທ່ຽວໄປທ່ອງທ່ຽວຢູ່ຕ່າງປະເທດຜ່ານບັນດາດ່ານຊາຍແດນສາກົນນັບແຕ່ວັນທີ 01 ພຶດສະພາ.