ເປີດສະຫລອງລະບົບຮ້ານຊັບພະສິນຄ້າຂາຍຜະລິດຕະພັນກະເສດ,ອາຫານປອດສານພິດຢູ່ຫວຽດນາມ

 

ເປີດສະຫລອງລະບົບຮ້ານຊັບພະສິນຄ້າຂາຍຜະລິດຕະພັນກະເສດ,ອາຫານປອດສານພິດຢູ່ຫວຽດນາມ - ảnh 1
ເປີດ​ສະ​ຫລອງລະບົບຮ້ານຊັບພະສິນຄ້າ
ພາບ:vietnamplus.vn

(vovworld)-  ​ຕອນ​ບ່າຍ​ວັນ​ທີ 9/11, ກ່າວ​ຄຳ​ເຫັນ​ທ​ີ່​ພິ​ທີ​ເປ​ີດ​ສະ​ຫລອງ​ລະ​ບົບ​ຮ້ານ​ຊັບ​ພະ​ສິນ​ຄ້າ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ, ອາ​ຫານ​ປອດ​ສານ​ພິດ ຢູ່ຫວຽດ​ນາມ ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ຢືນ​ຢັນ​ວ່າ: ລະ​ບົບ​ຮ້ານ​ຊັບ​ພະ​ສິນ​ຄ້ານີ້ ແມ່ນ​ບາດ​ກ້າວ​ທຳ​ອິດ​ໃນ​ຍຸດ​ທະ​ສາດ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ປອດ​ສານ​ພິດ​ໃຫ້​ແກ່​ຊາວ​ຫວຽດ​ນາມ, ມີ​ຄວາມ​ໝາຍ​ເຊື່ອມ​ຕໍ່​ລະ​ຫວ່າງ​ຊາວ​ກະ​ສິ​ກອນ ແລະ ສະ​ຫະ​ກອນ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ເພື່ອ​ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ ພ້ອມ​ທັງ​ຮູ້​ຈັກ​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ສອຍ​ເພື່ອແຈ້ງ​ໃຫ້​ຜູ້​ຜະ​ລິດ​ສິນ​ຄ້າ. ທ່ານ ຫງວຽນ​ທ້ຽນ​ເຍີນ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ຮູບແບບ​​ທີ່​ດີ, ບົນ​ພື້ນ​ຖານຮູບ​ແບບນີ້, ບັນ​ດາ​ຜະ​ລິດ​ຕະ​ພັນ​ມີ​ຄຸນ​ນະ​ພາບ​ສູງ​ທີ່​ສົ່ງ​ອອກ​ ໄດ້​ນຳ​ເອົາ​ມາ​ຂາຍ​ໃນ​ລະ​ບົບ​ຮ້ານ​ຊັບ​ພະ​ສິນ​ຄ້າ. ສະ​ຫະ​ພັນ​ສະ​ຫະ​ກອນ ຈຳ​ຫນ່າຍ ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ແມ່ນ​ຢູ່​ໃນ​ຂັ້ນ​ສ​ູງ​ສຸດ ເພື່ອ​ສົ່ງ​ເສີມ​ການ​ຊອກ​ຮູ້​ຕະ​ຫລາດ​ແຫ່ງ​ຊາດ ແລະ ການ​ສົ່ງ​ອອກ.”

 

 


ຕອບກັບ

ຂ່າວ/ບົດ​ອື່ນ