ເປີດສະຫຼອງວິຫານບູຊາອາໄລຫາບັນດານັກຮົບວິລະຊົນຊາວໜຸ່ມຕະລຸມບອນທີ່ເສຍສະຫຼະຊີວິດເພື່ອຊາດ

ເປີດສະຫຼອງວິຫານບູຊາອາໄລຫາບັນດານັກຮົບວິລະຊົນຊາວໜຸ່ມຕະລຸມບອນທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1
ເປີດ​ສະຫຼອງ​ວິຫານ​ບູ​ຊາ​ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ
​ຊາວ​ໜຸ່ມ​ຕະລຸມບອນທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ
(ພາບ: qdnd.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 14/07, ຢູ່​ເຂດ​ປູຊະນີ​ຍະສະ​ຖານປະ​ຫວັດ​ສາດ ​ຈວນ​ບົ່ນ, ຕາ​ແສງ​ ມີ້ເຊີນ, ​ເມືອງ​ໂດ​ເລືອ​ງ, ​ແຂວງ ​ເງາະ​ອານ, ຄະນະ​ພັກ​, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ໂນ​ວ​ໂຮມ​ປະ​ເທດ​ຊາດ​ແຂວງ ​ເງາະ​ອານ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ວິຫານ​ບູ​ຊາ​ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ຊາວ​ໜຸ່ມຕະລຸມບອນທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ກູ້​ຊາດ, ​ຈວນ​ບົ່ນ ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ພິ​ເສດ, ​ແມ່ນ​ສະຖານ​ທີ່​ເ​ຊື່​ອມຕໍ່​ບັນດາ​ເສັ້ນທາງ​ຄົມມະນາຄົມ​ສຳ​ຄັນ ​ເພື່ອ​ໃຫ້​ແນວ​ຫຼັງ​ທາງ​ພາກ​ເໜືອຊ່ວຍ​ໜູນ​ໃຫ້​ແນວ​ໜ້າ​ໃຫຍ່​ທາງ​ພາກ​ໃຕ້, ປະກອບສ່ວນ​ສຳຄັນ​ເພື່ອ​ປົກ​ປ່ອຍ​ພາກ​ໃຕ້, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ວິຫານ​ບູຊາ​ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຢູ່ ຈວນ​ບົ່ນ ​ແມ່ນ​ເຫດການທີ່​​ມີ​ຄວາມ​ໝາຍຫຼາຍ​ດ້ານ, ສະ​ແດງ​ຫຼັກ​ສິນ​ທຳ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ຕອບ​ບຸນ​ແທນ​ຄຸນ​ບັນດານັກຮົບ​ວິລະ​ຊົນ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເພື່ອ​ເອກະ​ພາບ, ​ເສລີພາບ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ເອກອ້າງ​ຖະນົງ​ໃຈ​ຂອງ​ຊາດ ​ໃຫ້​ແກ່​ລຸ່ນໜຸ່ມ​ໃນ​ປະຈຸ​ບັນ.
ຂ່າວ/ບົດ​ອື່ນ