(ພາບປະກອບ)
(vovworld) - ວັນທີ 7/5, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດນະຄອນໂຮ່ຈີມິນ (ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ) ໄດ້ຈັດພິທີ ເປີດສະຫຼອງສູນຄົ້ນຄ້ວາໄທ ຢູ່ເມືອງ ຖູເດິກ, ນະຄອນ ໂຮ່ຈີມິນ. ເຈົ້າຟ້າຍິງໄທ Maha Chakri Sirindhorn ພ້ອມກັບຄະນະຜູ້ແທນກະຊວງການຕ່າງປະເທດໄທ, ທ່ານເອກອັກຄະລັດຖະທູດໄທປະຈຳຫວຽດນາມ, ຜູ້ຕາງໜ້າບັນດາອົງການ, ວິສາຫະກິດໄທ ກໍ່ໄດ້ເຂົ້າຮ່ວມເຫດການນີ້.
ໃນວັນດຽວກັນ, ທ່ານນາງ ຫງວຽນທິຮົ່ງ, ຮອງຫົວໜ້າຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ໄດ້ໃຫ້ການຕ້ອນຮັບເຈົ້າຟ້າຍິງໄທ Maha Chakri Sirindhorn ເຂົ້າຢ້ຽມຄຳນັບຕາມພິທີການທູດ. ເຈົ້າຟ້າຍິງໄທ ກໍ່ໄປຢ້ຽມຢາມບໍລິສັດ Unilever ຫວຽດນາມ ແລະ ບໍລິສັດ LS pack ຢູ່ເມືອງກູຈີ ອີກ.