ເປີດສະຫຼອງສູນບຳລຸງສ້າງຊາວຫວຽດນາມທີ່ມີຄວາມເກັ່ງກ້າສາມາດຢູ່ສ.ເຊັກໂກ
(ພາບປະກອບ: thoidai)
(vovworld) – ວັນທີ 10/03, ສູນບຳລຸງສ້າງເດັກນ້ອຍຊາວຫວຽດນາມ ທີ່ມີຄວາມເກັ່ງກ້າສາມາດ ຕາມມາດຕະຖານເອີລົບ ແຫ່ງໜຶ່ງມີຊື່ວ່າ Talent ເລີ່ມທຳການເຄື່ອນໄຫວຢ່າງເປັນທາງການຢູ່ນະຄອນ Praha, ປະເທດສ.ເຊັກໂກ. ນີ້ແມ່ນຄັ້ງທຳອິດທີ່ສ້າງຕັ້ງສູນສຶກສາລະດັບສາກົນໄດ້ຮັບການສ້າງຕັ້ງຢູ່ສ.ເຊັກໂກ ເພື່ອແນໃສ່ຄົ້ນພົບ, ບຳລຸງຂາວຫວຽດນາມທີ່ມີຄວາມເກັ່ງກ້າສາມາດ ຈາກຂັ້ນອະນຸບານຕະຫຼອດຮອດມະຫາວິທະຍາໄລໃນຫຼາຍຂົງເຂດຂອງຊີວິດ. ເມື່ອແລກປ່ຽນກັບນັກຂ່າວ VOV ປະຈຳ Praha, ທ່ານ ຮ່ວາງດິ່ງທັ໋ງ, ປະທານສູນກາງສະມາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ໃຫ້ຮູ້ວ່າ.
“ຍາມໃດສະມາຄົມຊາວຫວຽດນາມ ກໍຂົນຂວາຍປະຊາຄົມຂອງຕົນເຊື່ອມໂຍງຢ່າງເລິກເຊິ່ງເຂົ້າປະເທດປະຈຳຖິ່ນ, ພ້ອມທັງຮັກສາສີສັນຊາດຫວຽດນາມ ຢູ່ສ.ເຊັກໂກ. ສະນັ້ນ, ສະມາຄົມຊາວຫວຽດນາມ ໄດ້ສົ່ງເສີມ ແລະ ຊົມເຊີຍຮູບແບບຄ້າຍຄືກັນນີ້ ເພື່ອເຮັດແນວໃດໃຫ້ອະນາຄົດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ນັບມື້ນັບດີງາມກວ່າ.”