ເປີດສະຫຼອງສາຍການບິນ ລາວ - ດ່າໜັງ

ເປີດສະຫຼອງສາຍການບິນ ລາວ - ດ່າໜັງ - ảnh 1
ພິທີເປີດສະຫຼອງສາຍການບິນລາວ - ດ່າໜັງ
(ພາບ: vtvdanang.vn)

(vovworld) - ວັນ​ທີ 29/3, ກົງກັບ​ໂອກາດ​ສະ​​ເຫຼີ​ມສະຫຼອງ 37 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ນະ​ຄອນ​ດ່າ​ໜັງ (29/3/1975 – 29/3/2012), ຖ້ຽວ​ບິນ​ທຳ​ອິດຈາກ​ລາວ ຕາມ​ສາຍ​ການບິນ ປາກ​​ເຊ - ສະຫວັນ​ນະ​ເຂດ - ດ່າ​ໜັງ ​ໄດ້​ລົງຈອດ​ທີ່​ສະໜາມ​ບິນ​ສາກົນ​ດ່າ​ໜັງ. ນີ້​ແມ່ນ 1 ​ໃນ 2 ຖ້ຽ​ວບິນ​ປະຕິບັດ​ທົດ​ລອງ​ຂອງ Lao Airlines, ກ່ອນ​ທີ່​ຈະ​ທຳ​ການ​ເຄື່ອນ​ໄຫ​ວ​ເປັນ​ປະຈຳ​ດ້ວຍ 3 ຖ້ຽວ/ອາທິດ ​ໃນ​ວັນ​ອັງຄານ, ວັນ​ພຸດ, ວັນ​ເສົາ ດ້ວຍ​ເຮືອບິນ ATR72 ​ບັນຈຸຜູ້​ໂດຍສານ​ໄດ້ 65 ທີ່​ນັ່ງ​. ​ເລື່ອງ​ເປີດ​ສະຫຼອງ​ສາຍ​ການບິນ​ນີ້ ​ແມ່ນ​ເຫດການ​ມີ​ຄວາມ​ສຳຄັນ​ຍິ່ງ ​ເປັນ​ຂີດ​ໝາຍ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນ​ທີ​ສັນ​ຍາ​ມິດຕະພາບ​ຫວຽດນາມ - ລາວ, ປະກອບສ່ວນ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ການ​ພົວພັນ​ແລກປ່ຽນ, ການ​ຮ່ວມ​ມືດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ​ລະຫວ່າງ​ດ່າ​ໜັງ ກັບ​​ແຂວງ​, ນະຄອນຕ່າງໆຂອງ​ລາວຍິ່ງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ