(ພາບ: http://nguyentandung.org)
ຕອນເຊົ້າວັນທີ 2/1, ຢູ່ແຂວງ ດົ່ງນາຍ, ໄດ້ຈັດຕັ້ງພິທີເປີດສະຫຼອງເຂດປູສະນີຍະສະຖານປະຫວັດສາດແຫ່ງທີ່ສ້າງຕັ້ງກອງ 125, ເຊິ່ງແມ່ນກອງທະຫານທຳອິດຂອງກຳລັງປະກອບອາວຸດປະຕິວັດສາມັກຄີກູ້ຊາດ ກຳປູເຈຍ. ເຂົ້າຮ່ວມພິທີ, ມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdec Hunsen ແລະ ການນຳ, ອະດີດການນຳ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ ເປັນຈຳນວນຫຼວງຫຼາຍ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdec Hunsenໄດ້ທົບທວນຄືນຊຸມວັນທີ່ປະສົບກັບຄວາມຫຍູ້ງຍາກ, ສະພາບການສ້າງຕັ້ງກອງ 125, ວັນທີ 12/5/1978 ດ້ວຍການຊ່ວຍເຫຼືອຂອງພັກ, ລັດຖະບານຫວຽດນາມ ແລະ ກອງທັບ ປະຊາຊົນແຂວງ ດົ່ງນາຍ, ພະນັກງານ, ນັກຮົບກຳປູເຈຍ ກ່ວາ 200 ຄົນພາຍໃຕ້ການຊີ້ນຳ ນຳພາຂອງທ່ານ Samdec Hunsen ໄດ້ສ້າງຕັ້ງກອງ 125. ເຫດການນີ້ແມ່ນບາດລ້ຽວໃນພາລະກິດຕໍ່ສູ້ຂອງປະຊາຊົນ ກຳປູເຈຍ ເພື່ອແນໃສ່ລົບລ້າງລະບອບ Polpot.
ສ່ວນທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ຖືວ່າ: ເຂດປູສະນີຍະສະຖານປະຫວັດສາດກອງ 125 ແມ່ນພະຍາຍຫຼັກຖານ ທີ່ຮຸ່ງເຮືອງເຫຼືອເຫຼື້ອມກ່ຽວກັບນ້ຳໃຈສະມັກຄີລະຫວ່າງ 2 ຊາດ.
“ພວກເຮົາຮູ້ສຶກພາກພູມໃຈເມື່ອເຫັນວ່າ, ພາຍຫຼັງ 33 ປີ ຜ່ານມາ, ຫວຽດນາມ ແລະ ກຳປູເຈຍບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ສາຍພົວພັນມິດຕະພາບອັນເປັນມູນເຊື້ອຢ່າງດີງາມ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດນັບມືນັບແຕກດອກອອກຜົນ. ພັກ, ລັດ ແລະ ປະຊາຊົນຫວຽດນາມເຊື່ອໝັ້ນຢ່າງແນ່ວແນວ່າ: ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງທ່ານນາຍົກລັດຖະມົນຕີ Hunsen, ລັດຖະບານ ແລະ ປະຊາຊົນ ກຳປູເຈຍຈະສືບຕໍ່ຍາດໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງກ່ວາອີກ ໃນວິວັດການສ້າງປະເທດ ກຳປູເຈຍສີວິໄລ, ມີຄວາມຜາສຸກ, ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ”