ມອບລົດເຂັນໃຫ້ແກ່ນັກຮຽນພິການ
ແຕ່ຮຽນເກັ່ງ
(ພາບ: vnexpress.net)
|
(vovworld) – ຕອນເຊົ້າວັນທີ 13/3, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ຈັດພິທີເປີດສະຫຼອງເຄືອຂ່າຍຮັບປະກັນຊີວິດສັງຄົມໃນເວັບໄຊຄວາມຮູ້ແທ໋ງຢ່ອງ ດ້ວຍລະຫັດ: Ansinhxahoi.thanhgiong.vn. ເຄືອຂ່າຍຮັບປະກັນຊີວິດສັງຄົມແມ່ນແຫ່ງເພື່ອແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາເປົ້າໝາຍປະສົບກັບຄວາມຫຍູ້ງຍາກ, ພວມຕ້ອງການໄດ້ຮັບການຊ່ວຍເຫຼືອ, ທັງກໍແມ່ນບ່ອນເຊື່ອມຕໍບັນດາຜູ້ທີ່ມີໃຈບຸນໃຈກູ້ສົນ, ວິສາຫະກິດ, ອົງການຈັດຕັ້ງທີ່ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈເຄື່ອນໄຫວເພື່ອວົງຄະນະຍາດ. ອ້າຍຫງວຽນເຟືອກລົກ, ປະທານສະຫະພັນຊາວໜູ່ນຫວຽນາມ ໃຫ້ຮູ້ວ່າ:
“ເຄືອຂ່າຍຮັບປະກັນຊີວິດສັງຄົມນີ້ບໍ່ພຽງແຕ່ແມ່ນເຄືອຂ່າຍຂໍ້ມູນຂ່າວສານເທົ່ານັ້ນ ຫາກຍັງແມ່ນເຄືອຂ່າຍການເຄື່ອນໄຫວ, ດັ່ງນັ້ນ, ເມື່ອມີຂໍ້ມູນຂ່າວສານ ພວກເຮົາຈະເຊື່ອມຕໍ ແລະ ຈັດຕັ້ງບັນດາລາຍການເຄື່ອນໄຫວຄື: ການເຄື່ອນໄຫວອາສາສະໝັກລະດູໜາວ, ການການເຄື່ອນໄຫວເພື່ອສຸຂະພາບວົງຄະນະຍາດ... ຈາກນັ້ນພວກເຮົາຮຽກຮ້ອງການເຂົ້າຮ່ວມຂອງວົງຄະນະຍາດເພື່ອຊ່ວຍເຫຼືອກໍ່ສ້າງ ເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ຜູ້ທຸກຍາກ, ຂົວທາງຄົມມະນາຄົມເຂດຊົນນະບົດ ແລະ ອື່ນໆ..”
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບລົດເຂັມ 10 ຄັນໃຫ້ແກ່ຊາວໜຸ່ມພິການ, ປະສົມກັບຄວາມຫຍູ້ງຍາກ, ທຶນສຶກສາໃຫ້ແກ່ນັກຮຽນທຸກຍາກແຕ່ຮຽນເກັ່ງ 20 ຄົນ, ມອບຂອງຂັວນໃຫ້ແກ່ເດັກນ້ອຍຕິດທາດຜິດສີສົ້ມ ດີໂອຊິນ 10 ຄົນ . ນີ້ແມ່ນບັນດາບຸກຄົນທຳອິດໄດ້ຮັບຜົນປະໂຫຍດຈາກເຄືອຂ່າຍຮັບປະກັນຊີວິດສັງຄົມນີ້.