ເປີດສະໜອງບັນດາສະຖານທີ່ທ່ອງທ່ຽວທະເລຫວຽດນາມ ປີ 2013

ເປີດສະໜອງບັນດາສະຖານທີ່ທ່ອງທ່ຽວທະເລຫວຽດນາມ ປີ 2013 - ảnh 1
(ພາບປະກອບ)
(vovworld) - ລະດູ​ທ່ອງ​ທ່ຽວທະ​ເລ​ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ທະ​ເລ ​ເກືອລໍ່ ​ເຊື້ອ​ເຊີນ” ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 30/04, ຢູ່​ເທດສະບານ ​ເກືອ​ລໍ່, ​ແຂວງ ​ເຫ​ງະ​ອານ. ​ໃນ​ຕະຫຼອດ​ລະດູ​ທ່ອງ​ທ່ຽວປີ 2013, ​ເກືອ​ລໍ່​ຈະ​ຈັດ​ການ​ເຄື່ອນ​ໄຫວ​ຕ່າງໆທີ່​ດູດ​ດື່ມ, ​ເຂັ້ນ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ເຂດ​ທະ​ເລ​​ເພື່ອດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຄື: ພາຍ​ເຮືອ​ກະຈາ​ດອອກ​ທະ​ເລ​ຕຶກປາ​ມື​ກ, ຢ້ຽມຢາມ​ບັນດາ​ເຂດ​ປູຊະນີ​ຍະສະ​ຖານປະຫວັດສາດ, ວັດທະນະທຳ​ທີ່​ມີ​ຊື່​ສຽງ​ຢູ່ ​ເກືອ​ລໍ່ ​ແລະ ​ເຂດ​ອ້ອມ​ຂ້າງ, ບັນດາ​ໝູ່​ບ້ານ​ຊາວ​ປະມົງ, ໝູ່​ບ້ານ​ອາຊີບ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ, ຮັບປະທານອາ​ຫານ​ທະ​ເລ... ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ​ຫາ​ຍປ່ອງ, ງານ​ມະ​ໂຫລານ​ທ່ອງ​ທ່ຽວທະ​ເລ ​ໂດ​ເຊີນ​ເຊື້ອ​ເຊີນປີ 2013 ກໍ​ຖື​ກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ​​ແຕ່​ວັນທີ 28/04 – 06/05 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດື່ມ​ຄື: ການ​ແຂ່ງຂັນກອບ ​ເປີດ​ກວ່າ​ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິລາກວ່າ 100 ຄົນ, ​ການ​ຊ່ວງເຮືອ​ມັງ​ກອນ​ຢູ່​ທະ​ເລ ​ແລະ ສະ​ແດງ​ໂດດ​ຈ້ອງ; ​ແຂ່ງ​ຂັ້ນ​ຕຶກປາຢູ່​ທະ​ເລ ​ແລະ ງານ​ຕະຫຼາດນັດ​ການ​ຄ້າ ​ເພື່ອ​ແນ​ໃສ່​ໂຄສະນາ, ​ແນະນຳ​ບັນດາ​ຜະລິດ​ຕະພັນ​ຂອງ​ທະ​ເລ.
ຂ່າວ/ບົດ​ອື່ນ