(ພາບປະກອບ)
(vovworld) - ບໍລິສັດການບິນ Vietjet ຈະເປີດສາຍການບິນສາກົນ ຮ່າໂນ້ຍ - ສິງກະໂປ ແຕ່ວັນທີ 27/04/2017, ເພື່ອຮັບໃຊ້ຄວາມຕ້ອງການການໄປ - ມາ, ການທ່ອງທ່ຽວ, ການແລກປ່ຽນຄ້າຂາຍລະຫວ່າງ 2 ນະຄອນທ່ອງທ່ຽວທີ່ມີຊື່ສຽງ. ສາຍການບິນ ຮ່າໂນ້ຍ - ສິງກະໂປ ຈະມີຖ້ຽວບິນໄປກັບໃນແຕ່ລະວັນ, ໃຊ້ເວລາບິນໃນແຕ່ລະຖ້ຽວແມ່ນປະມານ 2 ຊົວໂມງ 55 ນາທີ. ຊຶ່ງເລີ່ມເດີນທາງອອກຈາກ ຮ່າໂນ້ຍ ເວລາ 10 ໂມງ 00 ແລະ ຮອດ ສິງກະໂປ ເວລາ 13 ໂມງ 55 ນາທີ (ຕາມເວລາທ້ອງຖິ່ນ). ສ່ວນຖ້ຽວກັບຈາກ ສິງກະໂປ ແມ່ນເວລາ 14 ໂມງ 55 ນາທີ ແລະ ຮອດ ຮ່າໂນ້ຍ ໃນເວລາ 16ໂມງ 50 ນາທີ.
ພາຍຫລັງສາຍການບິນຈາກນະຄອນ ໂຮ່ຈີມິນ, ສາຍການບິນ ຮ່າໂນ້ຍ - ສິງກະໂປ ແມ່ນສາຍການບິນທີ 2 ຂອງ Vietjet ໄປຍັງ ສິງກະໂປ. Vietjet ກໍ່ມີແຜນການເປີດກ້ວາງສາຍການບິນໄປ ສິງກະໂປ ໃນປີ 2017, ຄາດວ່າຈະຢູ່ ດ່າລາດ ແລະ ດ່າໜັງ.