ເປີດເຄື່ອນໄຫວຖະຫນົນປື້ມ, ຍູ້ແຮງການພັດທະນາວັດທະນະທຳອ່ານປີ 2022

(VOVWORLD) -ຕອນບ່າຍວັນທີ 29 ມັງກອນ, ຖະຫນົນປື້ມລະດູບານໃຫມ່ປີຂານ 2022 ໄດ້ເປີດ ເຄື່ອນໄຫວ ຢູ່ ຖະຫນົນປື້ມ ຮ່າໂນ້ຍ, ເປີດສາກໃຫ້ແກ່ການເຄື່ອນໄຫວພັດທະນາວັດທະນະທຳອ່ານຂອງນະຄອນຫລວງ ປີ 2022.

ເປີດເຄື່ອນໄຫວຖະຫນົນປື້ມ, ຍູ້ແຮງການພັດທະນາວັດທະນະທຳອ່ານປີ 2022 - ảnh 1ການນຳ ນະຄອນ ໂຮ່ຈີມິນ ພ້ອມກັບຜູ້ແທນປະຕິບັດພິທີຕັດແຖບຜ້າເປີດເຄື່ອນໄຫວຖະຫນົນປື້ມບຸນເຕັດ ປີຂານ 2022. ພາບ:congthuong.vn
  ໂດຍໄດ້ຈັດຕັ້ງແຕ່ປີ 2016, ຖະຫນົນປື້ມລະດູບານໃຫມ່ ໄດ້ກາຍເປັນບ່ອນຮັບໃຊ້ປະຊາຊົນນະຄອນຫລວງ ໃນຍາມບຸນເຕັດລະດູບານໃຫມ່ວຽນມາ. ຖະຫນົນປື້ມປີນີ້ ດຳເນີນແຕ່ວັນທີ 29 ມັງກອນ ຮອດວັນທີ 6 ກຸມພາ ດ້ວຍການເຄື່ອນໄຫວຫລາຍຢ່າງ ນຳມາເຊິ່ງຄວາມດູດດື່ມໃຫມ່ໃຫ້ແກ່ນັກທ່ອງທ່ຽວ ແລະ ປະຊາຊົນ. ຢູ່ທີ່ນີ້ ບັນດາຫົວຫນ່ວຍພິມຈຳຫນ່າຍ ໄດ້ແນະນຳຫລາຍສິ່ງພິມໃຫມ່ ພ້ອມທັງມີບັນດາລາຍການຫລຸດລາຄາ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ອ່ານ. ນອກນັ້ນ ຖະຫນົນປື້ມລະດູບານໃຫມ່ຍັງແນະນຳສີລະປະການແຕ້ມຕົວຫນັງສື ອີກດ້ວຍ.

ໃນວັນດຽວກັນ ຢູ່ ນະຄອນ ໂຮ່ຈີມິນ ກໍ່ໄດ້ດຳເນີນພິທີເປີດເຄື່ອນໄຫວຖະຫນົນປື້ມບຸນເຕັດ ຢູ່ ຖະຫນົນ ມາກທິເບື໋ອຍ- ຫງວຽນເຫ້ວ - ໂງດຶກເກ ເມືອງ 1.

ຕອບກັບ

ຂ່າວ/ບົດ​ອື່ນ