ເປີດໂຄງການກໍ່ສ້າງລະບົບໄຟຟ້າຮັບ​ໃຊ້ໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍນິງຖ້ວນ

ເປີດໂຄງການກໍ່ສ້າງລະບົບໄຟຟ້າຮັບ​ໃຊ້ໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍນິງຖ້ວນ  - ảnh 1
ພິ​ທີເປີດ​ໂຄງ​ການກໍ່​ສ້າງ​ລະ​ບົບ​ໄຟ​ຟ້າ​ຮັບ​ໃຊ້​ການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ​ນິງ​ຖ້ວນ

(vovworld)- ວັນ​ທີ 12/12 ຢູ່​ແຂວງ​ນິງ​ຖ້ວນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ໂຄງ​ການກໍ່​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ​ນິງ​ຖ້ວນ ໄດ້​ອອກ​ຄຳ​ສັ່ງ​ເປີດ​ໂຄງ​ການກໍ່​ສ້າງ​ລະ​ບົບ​ໄຟ​ຟ້າ​ຮັບ​ໃຊ້​ການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ​ນິງ​ຖ້ວນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ໄດ້​ສະ​ເໜີ​ເຈົ້າ​ຂອງ, ຜູ້​ຮັບ​ເໝົາ​ກໍ່​ສ້າງ​ຊາບ​ຊຶມ​ຈິດ​ໃຈ​ຜັນ​ຂະ​ຫຍາຍ​ຂອງ​ໂຄງ​ການ​ສັງ​ລວມ, ນັ້ນ​ແມ່ນ​ກິດ​ຈະ​ກຳ​ຈຸດ​ສຸມ​ແຫ່ງ​ຊາດ, ມີ​ກົນ​ໄກ​ພິ​ເສດ ແລ​ະ ດຳ​ເນີນ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ, ເລືອກ​ເຟັ້ນ​ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ປະ​ຈຸ​ບັນ. ເພາະ​ສະ​ນັ້ນ, ຕ້ອງ​ຮັບ​ປະ​ກັນ​ດ້ານຊັບ​ພະ​ຍາ​ກອນ​ມະ​ນຸດ, ພາ​ຫ​ະ​ນະ​ອຸ​ປະ​ກອນ, ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ການກໍ່​ສ້າງ​ໃຫ້​ບັນ​ລຸ​ປະ​ສິດ​ທິ​ຜົ​ນ​ສູງ. 

ຂ່າວ/ບົດ​ອື່ນ