(VOVWORLD) -ຖ້າວ່າ ບໍ່ມີຜູ້ສະໝັກເລືອກຕັ້ງຄົນໃດບັນລຸໄດ້ຈຳນວນບັດສ່ວນຫຼາຍໃນການປ່ອນບັດຮອບທີ 3 ນີ້, ບັນດາສະມາຊິກສະພາຕ່ຳ ຈະຕ້ອງປ່ອນບັດຮອບຕໍ່ໄປ ຈົນກວ່າຈະເລືອກຕັ້ງໄດ້ປະທານຄົນໃໝ່.
ທ່ານ Kevin McCarthy (ພາບ: Getty Images) |
ວັນທີ 03 ມັງກອນ, ໃນຊຸມວັນທຳອິດຂອງສະພາແຫ່ງຊາດ ອາເມລິກາ ຊຸດໃໝ່, ສະພາຕ່ຳ ອາເມລິກາ ຈັດການເລືອກຕັ້ງປະທານສະພາຕ່ຳຕາມຂໍ້ກຳນົດ. ເຖິງຢ່າງໃດກໍຕາມ, ສິ່ງທີ່ເປັນໜ້າປະຫຼາດໃຈທີ່ສຸດ ແມ່ນໃນຮອບເວລາ 100 ປີຜ່ານມາກໍໄດ້ເກີດຂຶ້ນ ໃນຂະນະທີ່ຜູ້ອອກສະໝັກເລືອກຕັ້ງແຖວໜ້າຂອງພັກສາທາລະນະ, ພັກທີ່ຫາກໍຍາດໄດ້ສິດຄວບຄຸມສະພາຕ່ຳ, ການນຳພັກ, ທ່ານ Kevin McCarthy ໄດ້ປະລາໄຊໃນການປ່ອນບັດທັງ 3 ຮອບ ຍ້ອນບໍ່ໄດ້ຕາມຈຳນວນຕ້ອງການ 218 ບັດ. ເລື່ອງທ່ານ Kevin McCarthy ບໍ່ໄດ້ຮັບການສະໜັບສະໜູນຈາກສະມາຊິກພັກສາທາລະນະຈຳນວນໜຶ່ງ ແມ່ນມາຈາກເລື່ອງທີ່ວ່າເຂົາເຈົ້າຖືວ່າ ທ່ານ Kevin McCarthy ບໍ່ມີຄວາມແຂງແກ່ນຢ່າງພຽງພໍ ກໍຄື ບໍ່ໄດ້ເປັນຕົວແທນໃຫ້ແກ່ຝ່າຍຮັກສາເດີມ ເຊິ່ງເປັນສັນຍາລັກຂອງພັກນີ້.
ບັນດາສະມາຊິກສະພາຕ່ຳ ອາເມລິກາ ຈະດຳເນີນການປ່ອນບັດຮອບຕໍ່ໄປໃນຕອນບ່າຍວັນທີ 4 ມັງກອນ ຕາມເວລາທ້ອງຖິ່ນ. ຖ້າວ່າ ບໍ່ມີຜູ້ສະໝັກເລືອກຕັ້ງຄົນໃດບັນລຸໄດ້ຈຳນວນບັດສ່ວນຫຼາຍໃນການປ່ອນບັດຮອບທີ 3 ນີ້, ບັນດາສະມາຊິກສະພາຕ່ຳ ຈະຕ້ອງປ່ອນບັດຮອບຕໍ່ໄປ ຈົນກວ່າຈະເລືອກຕັ້ງໄດ້ປະທານຄົນໃໝ່.
ຫວູເຮີບ, ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ