ສ.ສ.ຊ ທິກແທງກວຽດ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ( Baonguoidaibieu) |
(vovworld)- ດ້ວຍຈຳນວນບັດເຫັນດີເປັນສ່ວນຫຼາຍ, ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາໄດ້ຮັບການຮັບຮອງເອົາຈາກບັນດາ ສ.ສ.ຊ ທີ່ກອງປະຊຸມເມື່ອຕອນບ່າຍວັນທີ 18/11. ກົດໝາຍລວມມີ 9 ພາກ, 68 ມາດຕາ ແມ່ນຂອບກົດໝາຍສູງສຸດເພື່ອດັບປັບບັນດາການເຄື່ອນໄຫວໃນຂົງເຂດ ການເຫຼື້ອມໃສ, ສາສະໜາ ແທນທີ່ລັດຖະບັນຍັດວ່າດ້ວຍ ການເຫຼື້ອມໃສ, ສາສະໜາປະຈຸບັນ. ທ່ານ ຟານແທງບີງ ປະທານກຳມະການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຫວຽດນາມຖືວ່າ :
“ ໂຄງຮ່າງຂອງກົດໝາຍໄດ້ຮັບການຄົ້ນຄ້ວາຢ່າງລະອຽດ, ຮັບປະກັນລັກສະນະວິທະຍາສາດ, ຢັ້ງຢືນ ແລະ ສະແດງທັດສະນະຂອງລັດທີ່ມີຕໍ່ສິດເສລີໃນ ການເຫຼື້ອມໃສ, ສາສະໜາຂອງມະນຸດ ແລະ ຄວາມຮັບຜິດຊອບຂອງລັດໃນການຮັບປະກັນ ສິດເສລີໃນ ການເຫຼື້ອມໃສ, ສາສະໜາ ”
ກ່ຽວກັບ ສິດເສລີໃນ ການເຫຼື້ອມໃສ, ສາສະໜາຂອງຊາວຕ່າງປະເທດທີ່ພັກອາໄສຢ່າງຖືກຕ້ອງຕາມກົດໝາຍຫວຽດນາມ, ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາຢືນຢັນວ່າ ຊາວຕ່າງປະເທດທີ່ພັກອາໄສຢ່າງຖືກຕ້ອງຕາມກົດໝາຍຫວຽດນາມໄດ້ຮັບຄວາມເຄົາລົບ ແລະ ປົກປ້ອງ ສິດເສລີໃນ ການເຫຼື້ອມໃສ, ສາສະໜາຈາກລັດຫວຽດນາມ. ທ່ານ ຟານແທງບີງ ປະທານກຳມະການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຫວຽດນາມຢືນຢັນວ່າ :
“ ບັນດາຂໍ້ກຳນົດກ່ຽວກັບການເຄື່ອນໄຫວສາສະໜາທີ່ມີປັດໄຈຕ່າງປະເທດ ແມ່ນຮັບປະກັນ ແລະສ້າງເງື່ອນໄຂສະດວກເພື່ອປະຕິບັດບັນດາການເຄືອ່ນໄຫວ ສາສະໜາທີ່ມີປັດໄຈຕ່າງປະເທດໃນສະພາວະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ພ້ອມກັນນັ້ນ ຍັງຄົງຮັບປະກັນບັນດາຂໍ້ກຳນົດໃນກົດໝາຍຫວຽດນາມ ”