ເປັນຄັ້ງທຳອິດຫວຽດນາມຈະເປັນເຈົ້າພາບຈັດກອງປະຊຸມສາກົນກ່ຽວກັບທ່ອງທ່ຽວຈິດວິນຍານ
(ພາບປະກອບ)
|
(vovworld)- ກອງປະຊຸມສາກົນກ່ຽວກັບທ່ອງທ່ຽວຈິດວິນຍານເພື່ອການ ພັດທະນາແບບຍືນຍົງ ຈະຖືກໄຂຂຶ້ນຢູ່ແຂວງ ນິງບິງ ແຕ່ວັນທີ 21-22/11. ຄາດວ່າຈະມີຜູ້ແທນ 350 ກ່ວາຄົນເຂົ້າຮ່ວມ, ໃນນັ້ນມີ ຜູ້ແທນ 150 ຄົນທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນໃນໂລກ. ກອງປະຊຸມສາກົນກ່ຽວກັບທ່ອງທ່ຽວຈິດວິນຍານຈະສຸມໃສ່ປຶກສາຫາລືບັນດາເນື້ອໃນກ່ຽວກັບຄວາມໝາຍຂອງ ການທ່ອງທ່ຽວຈິດວິນຍານ, ການແລກປ່ຽນວັດທະນະທຳ ແລະ ທ່ອງທ່ຽວໂດຍມີຄວາມຮັບຜິດຊອບ..... ກອງປະຊຸມສາກົນກ່ຽວກັບທ່ອງທ່ຽວຈິດວິນຍານຈະອອກຖະແຫຼງການນິງບິງກ່ຽວກັບທ່ອງທ່ຽວຈິດວິນຍານເພື່ອການ ພັດທະນາ ແບບຍືນຍົງ