ເປັນຄັ້ງທຳອິດຮ່າໂນ້ຍມີສູນຂໍ້ມູນຂ່າວສານແລະຫນູນຊ່ວຍນັກທ່ອງທ່ຽວ

ເປັນຄັ້ງທຳອິດຮ່າໂນ້ຍມີສູນຂໍ້ມູນຂ່າວສານແລະຫນູນຊ່ວຍນັກທ່ອງທ່ຽວ - ảnh 1
ພິ​ທີສະ​ເຫນີ​ຕົວ​ສູນ​ຂໍ້​ມູນ​ຂ່າ​ວ​ສານ ແລະ ຫນູນ​ຊ່ວຍ​ນັກ​ທ່ອງ​ທ່ຽວ
​ພາບ:chinhphu.vn

(vovworld)-  ​ຕອນ​ບ່າຍ​ວັນ​ທີ 7/10, ພະ​ແນກ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​ສົມ​ທົບ​ກັບ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ຫວຽດ​ນາມ - ຮ່າ​ໂນ້ຍ ໄດ້​ສະ​ເຫນີ​ຕົວ​ສູນ​ຂໍ້​ມູນ​ຂ່າ​ວ​ສານ ແລະ ຫນູນ​ຊ່ວຍ​ນັກ​ທ່ອງ​ທ່ຽວ ຕັ້ງ​ຢູ່​ເລກ​ທີ 28 ຖະ​ຫນົນ ຮ່າງ​ເຢົາ. ສູນ​ດັ່ງ​ກ່າວ ແມ່ນ​ເພື່ອ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ດີ​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວໃນ​ການ​ຢ້ຽມ​ຢາມ​ຮ່າ​ໂນ້ຍ ແລະ ແມ່ນ​ຂົວ​ຕໍ່​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ, ບໍ​ລິ​ສັດ​ທ່ອງ​ທ່ຽວ, ບໍ​ລິ​ການ​ຂອງ​ຮ່າ​ໂນ້ຍ ກັບ​ນັກ​ທ່ອງ​ທ່ຽວ ກໍ​ຄື​ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ວາງ​ແຜນ​ການໃນ​ການ​ທ່ອງ​ທ່ຽວ​ເຖິງ​ຫລາຍ​ແຫ່ງ​ຢູ່​ຫວຽດ​ນາມ. ສູນ​ດັ່ງ​ກ່າວ​ເຮັດ​ວຽກ​ທຸກມື້​ປະ​ຈຳ​ອາ​ທິດ ແລະ ເວ​ລາ​ເປີດ​ປະ​ຕູ​ແມ່ນ 8 ໂມງ​ເຊົ້າ​ຫາ 17 ໂມງ​ແລງ. ບັນ​ດາ​ພະ​ນັກ​ງານ​ໃນ​ສູນນີ້ ລ້ວນ​ແຕ່​ຮູ້​ພາ​ສາ​ຕ່າງ​ປະ​ເທດ ຄື ອັງ​ກິດ, ຝ​ລັ່ງ, ຈີນ, ສ​ເກົາ​ຫລີ ….ແລະ ເຂົາ​ເຈົ້າ​ຈະ​ຫນອງ​ບັນ​ດາ​ຂໍ້​ມູນ​ຂ່າວ​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່ ຮ່າ​ໂນ້ຍ ກໍ​ຄື​ ຢູ່​ຫວຽດ​ນາມ ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ນອກນັ້ນ ໃຫ້​ຄຳ​ປຶກ​ສາ​ໃນ​ການ​ຊື້​ບໍ​ລິ​ການ​ອື່ນໆ​ອີກ. 


ຕອບກັບ

ຂ່າວ/ບົດ​ອື່ນ