ເປັນຄັ້ງທຳອິດ ຫວຽດນາມ ເປັນເຈົ້າພາບຈັດເຫດການວັດສາກົນຜູ້ບໍລິຈາກເລືອກ

(VOVWORLD) - ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ຫ້ອງການຄະນະຊີ້ນຳແຫ່ງຊາດຂົນຂວາຍບໍລິຈາກເລືອກອາສາສະໝັກ ສົມທົບກັບສະຖາບັນເລືອດສາດ - ສົ່ງເລືອກສູນກາງ ຈັດຕັ້ງການແນະນຳກ່ຽວກັບພິທີເຊີດຊູ 100 ຄົນບໍລິຈາກເລືອດດີເດັ່ນໃນທົ່ວປະເທດ ແລະ ຕອບສະໜອງວັນສາກົນຜູ້ບໍລິຈາກເລືອດ 14 ມິຖຸນາ. 
ເປັນຄັ້ງທຳອິດ ຫວຽດນາມ ເປັນເຈົ້າພາບຈັດເຫດການວັດສາກົນຜູ້ບໍລິຈາກເລືອກ - ảnh 1ການເຊີດຊູ 100 ຄົນບໍລິຈາກເລືອດດີເດັ່ນ 

ນີ້ແມ່ນຄັ້ງທຳອິດ ຫວຽດນາມ  ເປັນເຈົ້າພາບຈັດຕັ້ງເຫດການທົ່ວໂລກ ວັນຜູ້ບໍລິຈາກເລືອດສາກົນ. ສານເຊິ່ງອົງການອະນາໄມໂລກຍົກອອກມາໃນວັນຜູ້ບໍລິຈາກເລືອດສາກົນປີນີ້ແມ່ນ “ບໍລິຈາກເລືອດເພື່ອກູ້ເອົາຊີວິດມະນູດ - ບໍລິຈາກເປັນປະຈຳ”, ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມບໍລິຈາກເລືອກເປັນປະຈຳ ແລະ ກຽມພ້ອມບໍລິຈາກເລືອດໃນບັນດາກໍລະນີຮີບດ່ວນ. ເພື່ອຕອບສະໜອງວັນນີ້, ແຕ່ວັນທີ 11 -14 ມິຖຸນາ, ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວຄື: ຖີບລົດຂົນຂວາຍບໍລິຈາກເລືອດດ້ວຍການເຂົ້າຮ່ວມຂອງ ນັກອາສາສະໝັກຖີບລົດຈາກ ອີຣານ ເຖິງ ຫວຽດນາມ, ກອງປະຊຸມສຳມະນາສາກົນ “ພັດທະນາກຸ່ມຜູ້ບໍລິຈາກເລືອດປອດໄພ, ເປັນປົກກະຕິ”, ການເດີນທາງ “ກັບເມືອເຂດມໍຣະດົກ”, ພິທີເຊີດຊູ 100 ຄົນບໍລິຈາກເລືອດດີເດັ່ນໃນທົ່ວປະເທດ… ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດແລກປ່ຽນບົດຮຽນ ແລະ ເພີ່ມທະວີການຮ່ວມມື ກ່ຽວກັບການຂົນຂວາຍບໍລິຈາກເລືອດ.

ຕອບກັບ

ຂ່າວ/ບົດ​ອື່ນ