ເປັນເຈົ້າການໃນວຽກງານຖະແຫລງຂ່າວການຕ່າງປະເທດເພື່ອພັດທະນາເສດຖະກິດ,ຮັກສາສະຖຽນລະພາບທາງສັງຄົມ

(VOVWORLD)-ກອງປະຊຸມອົບຮົມກ່ຽວກັບວຽກງານຖະແຫລງຂ່າວການຕ່າງປະເທດປີ 2018 ໂດຍກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 12 ກໍລະກົດ ຢູ່ ຮ່າໂນ້ຍ.

ເປັນເຈົ້າການໃນວຽກງານຖະແຫລງຂ່າວການຕ່າງປະເທດເພື່ອພັດທະນາເສດຖະກິດ,ຮັກສາສະຖຽນລະພາບທາງສັງຄົມ - ảnh 1

ໃນໄລຍະຈະມາເຖິງ, ວຽກງານຖະແຫລງຂ່າວການຕ່າງປະເທດ ຈະສຸມໃສ່ໂຄສະນາຜົນງານຂອງປະເທດຊາດໃນບັນດາຂົງເຂດ. ສຳລັບບັນດາແຂວງຊາຍແດນ, ຄວນຍູ້ແຮງການເຄື່ອນໄຫວປະສານສົມທົບລະຫວ່າງວຽກງານຖະແຫລງຂ່າວການຕ່າງປະເທດກັບວຽກງານການທູດປະຊາຊົນ, ບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ,ການທ່ອງທ່ຽວ.. ເພື່ອແນໃສ່ເພີ່ມທະວີການພົວພັນສາມັກຄີມິດຕະພາບ ພ້ອມກັນພັດທະນາລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ ກັບບັນດາປະເທດມີເສັ້ນຊາຍແດນຮ່ວມ. ປະຈຸບັນ ການເຄື່ອນໄຫວຖະແຫລງຂ່າວການຕ່າງປະເທດມີສັນຍານດີຂຶ້ນຫລາຍ. ບັນດາທອ້ງຖິ່ນໄດ້ຕັ້ງຫນ້າຖະແຫລງຂ່າວກ່ຽວກັບທະເລ, ໝູ່ເກາະ ແລະ ການຂີດຂັ້ນ, ປັກຫລັກໝາຍຊາຍແດນ, ຍູ້ແຮງການໂຄສະນາບັນດາເຫດການຖະແຫລງຂ່າວການຕ່າງປະເທດທີ່ພົ້ນເດັ່ນ. ມີຫລາຍແຂວງ, ນະຄອນ ເພີ່ມທະວີວຽກງານຖະແຫລງຂ່າວດ້ວຍພາສາຕ່າງປະເທດ, ເປັນເຈົ້າການໃນການສ້າງບັນດາລາຍການແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນຜ່ານບັນດາຊອ່ງໂທລະພາບ ແລະ ວິທະຍຸກະຈາຍສຽງສູນກາງ.

ຕອບກັບ

ຂ່າວ/ບົດ​ອື່ນ