ເຝິກຊ້ອມຊອກຫາກູ້ໄພກູ້ຊີບທາງການບິນໃຫຍ່ກວ່າໝູ່ນັບແຕ່ກ່ອນມາ

ເຝິກຊ້ອມຊອກຫາກູ້ໄພກູ້ຊີບທາງການບິນໃຫຍ່ກວ່າໝູ່ນັບແຕ່ກ່ອນມາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ປະທານ
​ຄະນະ​ກຳມະການ​ແຫ່ງ​ຊາດຊອກ​ຫາ​ກູ້​ໄພ​ກູ້​ຊີບ
(ພາບ: dantri.com.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 10/11, ຢູ່​ເຂດ​ທະ​ເລ ງີ​ໂລກ​, ​ແຂວງ ​ເງ້ອານ​, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດຊອກ​ຫາ​ກູ້​ໄພ​ກູ້​ຊີບ, ຫົວໜ້າ​ຄະນະ​ຊີ້​ນຳ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ການບິນ​ຫວຽດນາມ, ​ໄດ້​ຊີ້​ນຳ​ການ​​ເຝິກຊ້ອມ​ລະດັບ​ຊາດ​ກ່ຽວ​ກັບ​ການຊອກ​ຫາ​ກູ້​ໄພ​ກູ້​ຊີບ​ທາງ​ການບິນ​ພົນລະ​ເຮືອນ, ສຳລັບ​ເຮືອບິນ​ຖືກ​ອຸປະຕິ​ເຫດ, ຂາດ​ການ​ຕິດ​ຕໍ່. ​ເຂົ້າ​ຮ່ວມ​ການ​ເຝິກຊ້ອມ​ມີ​ບັນດາ​ກຳລັງ​ທະຫານ, ​ກຳລັງເດີນ​ທະ​ເລ, ການບິນ ​ແລະ ກຳລັງ​ທ້ອງ​ຖີ່​ນ. ຄະນະ​ຊີ້​ນຳ​ໄດ້​ຈັດ​ສົ່ງ​ກຳລັງ​ຍົນ​ເອລີກ​ອບ​ແຕ, ກຳ​່​ປັ່ນ​ເດີນ​ທະ​ເລ, ກຳ່​ປັ່ນຊອກ​ຫາ​ກູ້​ໄພ​ກູ້​ຊີບ, ​ກຳລັງ​ຕຳຫຼວດ​ທະ​ເລ, ກຳລັງ​ທ້ອງ​ຖີ່​ນ, ກຳລັງປ້ອງ​ກັນຊາ​ຍ​ແດນ, ກຳລັງ​ດັບ​ເພີ​ງ…​

        ຊີ້​ນຳ​ການ​ເຝິກຊ້ອມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ, ການເຝິກຊ້ອມຊອກ​ຫາ​ກູ້​ໄພ​ກູ້​ຊີບ​ທາງ​ການ​ບິນ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ຈຳ​ເປັນ ​ແລະ ມີ​ປະ​ໂຫຍ​ດ​ທີ່​ສຸດ ​ເພື່ອ​ໃຫ້​ຂະ​ແໜງ​ຄົມມະນາຄົມ​ຂົນ​ສົ່ງ, ​ການບິນ​ຫຼໍ່​ຫຼອມ, ຍົກ​ສູງ​ຄວາມ​ສາມາດ​ຈັດ​ຕັ້ງ​ການ​ບັນຊາ, ບໍລິຫານ​ວຽກ​ງານ​ກູ້​ໄພ​ກູ້​ຊີບ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ຕີ​ລາຄາ​, ກວດກາ, ກ່ຽວ​ກັບ​ຄວາມ​ສາມາດ​ຮັບ​ມື, ບໍລິຫານ, ການ​ສົມທົບກັນ​ຂອງ​ບັນດາ​ກຳລັງ​ເຂົ້າ​ຮ່ວມ​ການ​ຮັບ​ມື, ​ແກ້​ໄຂ​ສະພາບ​ເມື່ອມີ​ເຫດການ​ເກີດ​ຂຶ້ນ.

 

 

ຂ່າວ/ບົດ​ອື່ນ