ເຝີ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ເພື່ອນ​ມິດ ອາ​ຊຽນ

(VOVWORLD) - ວັນທີ 27 ພຶດສະພາ, ດ້ວຍການໜູນຊ່ວຍຂອງສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ, ຈຸດວັດທະນະທຳທີ່ເປັນເອກະລັກ, ທັດສະນີຍະພາບທີ່ໂດດເດັ່ນຈຳນວນໜຶ່ງກໍຄືອາຫານການກິນຂອງ ຫວຽດນາມ ໄດ້ແນະນຳໃຫ້ເພື່ອນມິດບັນດາປະເທດສະມາຊິກ ອາຊຽນ ຢູ່ປະເທດ ມາເລເຊຍ. 
ເຝີ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ເພື່ອນ​ມິດ ອາ​ຊຽນ - ảnh 1(ພາບປະກອບ: ເລມິງເຊີນ)

ການເຄື່ອນໄຫວໄດ້ດຳເນີນໄປໃນຂອບເຂດການພົບປະລະຫວ່າງບັນດາພັນລະຍາ, ພະນັກງານຍິງຂອງກະຊວງການຕ່າງປະເທດມາເລເຊຍ ແລະ ບັນດາອົງການຜູ້ຕາງໜ້າຂອງບັນດາປະເທດ ອາຊຽນ ປະຈຳ ມາເລເຊຍ (ALC), ປະກອບສ່ວນເພີ່ມທະວີໄມຕີຈິດມິດຕະພາບ, ຄວາມສາມັກຄີພາຍໃນກຸ່ມ ອາຊຽນ ກໍຄືການຄົ້ນຫາວັດທະນະທຳຫຼາກຫຼາຍສີສັນ ແລະ ຄວາມອຸດົມສົມບູນທາງດ້ານອາຫານການກິນຂອງ ຫວຽດນາມ ພິເສດແມ່ນບາງເຍື່ອງອາຫານທີ່ມີຊື່ສຽງຂອງ ຫວຽດນາມ ຢູ່ໃນໂລກ. 

        ທີ່ເຫດການດັ່ງກ່າວ, ກຸ່ມ ALC ຫວຽດນາມ ໄດ້ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກຂອງ ຫວຽດນາມ ເປັນຕົ້ນແມ່ນ ເຝີງົວ, ຢໍ່ຈືນ… ແລະ ໄດ້ຮັບການຕອບສະໜອງຢ່າງສຸດໃຈພ້ອມກັບຄຳຍ້ອງຍໍຈາກເພື່ອນມິດບັນດາປະເທດ ອາຊຽນ ຢູ່ ມາເລເຊຍ. ພິເສດແມ່ນ ເຝີ ຍາມໃດກໍສ້າງຄວາມປະທັບໃຈຕໍ່ເພື່ອນມິດສາກົນ. ບັນດາເພື່ອນມິດອາຊຽນ ລ້ວນແຕ່ໃຫ້ຮູ້ວ່າ ເຝີແມ່ນເຍື່ອງອາຫານພິເສດ ແຕ່ແຊບທີ່ສຸດ ຍ້ອນວ່າ ເຍື່ອງອາຫານນີ້ ຕ້ອງມີວັດຖຸດິບຫຼາຍຢ່າງປະກອບເຂົ້າກັນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ