ເພີ່ມ​ທ​ະ​ວີ​ການ​ຄຸ້ມ​ຄອງ​ຄົນ​ເຂົ້າ​​ເມ​ືອງ ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -        “ເພີ່ມທະວີວຽກງານກວດກາ ແລະ ຄຸ້ມຄອງຄົນເຂົ້າເມືອງ, ຈຳກັດຄວາມສ່ຽງໂລກລະບາດໂຄວິດ - 19 ແຜ່ລະບາດເຂົ້າສູ່ ຫວຽດນາມ ໃຫ້ຢູ່ລະດັບຕ່ຳສຸດ” ນີ້ແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃນກອງປະຊຸມຄະນະປະຈຳ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ຖືກດຳເນີນໃນຕອນເຊົ້າວັນທີ 14 ເມສາ ຢູ່ ຮ່າໂນ້ຍ.
ເພີ່ມ​ທ​ະ​ວີ​ການ​ຄຸ້ມ​ຄອງ​ຄົນ​ເຂົ້າ​​ເມ​ືອງ ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ)
 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດໃນພາກພື້ນ, ສົ່ງຜົນກະທົບໂດຍກົງເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ ຫວຽດນາມ. ຈຸດເວລານີ້ ຄວນປຸກລະດົມແຫຼ່ງກຳລັງຮັບມືຢ່າງສູງສຸດ ແລະ ເດັດດ່ຽວແກ້ໄຂບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍໃຫ້ເຂັ້ມງວດ. ທ່ານກ່າວວ່າ:

        “ຮຽກຮ້ອງປະຊາຊົນຜູ້ທີ່ມີຍາດຕິພີ່ນ້ອງ ອາໄສຢູ່ຕ່າງປະເທດ, ປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ປະເທດປະຈຳຖິ່ນ. ເມື່ອມີຄວາມຕ້ອງການຢາກກັບຄືນເມືອປະເທດ ຕ້ອງເດີນທາງຢ່າງຖືກຕ້ອງຕາມກົດໝາຍ, ເພື່ອປະຕິບັດບັນດາມາດຕະການແຍກຕົວຖືກຕ້ອງຕາມຂໍ້ກຳນົດ. ສຳລັບກໍລະນີຂ້າມຊາຍແດນ, ຕ້ອງປັບໄໝລົງໂທດຢ່າງເຂັ້ມງວດ. ພວກເຮົາຕ້ອງສືບຕໍ່ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ພິເສດແມ່ນຕ້ອງໃສ່ຜ້າອັດປາກ”.

        ຄະນະປະຈຳຄະນະຊີ້ນຳແຫ່ງຊາ ກໍຮຽກຮ້ອງໃຫ້ກະຊວງສາທາລະນະສຸກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ການທົດລອງວັກຊິນກັນພະຍາດໂຄວິດ - 19 ພາຍໃນປະເທດ. ກະກຽມວິທີການຜະລິດ ພາຍຫຼັງທົດລອງສຳເລັດໃນທັນທີ. ກະຊວງສາທາລະນະສຸກສືບຕໍ່ເຈລະຈາເພື່ອມີແຫຼ່ງວັກຊິນຈາກຕ່າງປະເທດ ແຕ່ການນຳເຂົ້າຕ້ອງຮັບປະກັນຖືກຕ້ອງຕາມຂັ້ນຕອນ ແລະ ປະຕິບັດບັນດາລະບຽບການທີ່ໄດ້ກຳນົດຢ່າງຖືກຕ້ອງຕາມກົດໝາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ