ເພີ່ມທະວີການພົວພັນມິດຕະພາບຫວຽດນາມ-ລາວ-ກຳປູເຈຍ
ພາບປະກອບ
(vovworld) – ຕອນເຊົ້າວັນທີ 6/5, ທີ່ສຳນັກງານສູນກາງພັກກມມູນິດ ຫວຽດນາມ ທີ່ຮ່າໂນ້ຍ, ຜູ້ປະຈຳການຄະນະເລຂາສູນກາງພັກ ທ່ານ ເລຮົ່ງແອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ສປປ ລາວ ໂດຍທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີ, ກຳມະການກົມການເມືອງສູນກາງ ພັກປະຊາຊົນປະຕິວັດ ລາວ ນຳໜ້າ ແລະ ຄະນະຜູ້ແທນຂັ້ນສູງ ລາຊະອານາຈັກ ກຳປູເຈຍ ໂດຍທ່ານນາງຮອງນາຍົກລັດຖະມົນຕີ Men Xom On, ກຳມະການຄະນະປະຈຳພັກປະຊາຊົນ ກຳປູເຈຍ ນຳໜ້າ, ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະ ດ້ຽນບຽນຝູ. ທີ່ການຕ້ອນຮັບ, ທ່ານ ເລຮົ່ງແອງ ໄດ້ຊົມເຊີຍ ທ່ານຮອງນາຍົກລັດຖະມົນຕີ ລາວ ອາຊາງ ລາວລີ, ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Xom On ພ້ອມກັບ ຄະນະຜູ້ແທນ ລາວ ແລະ ກຳປູເຈຍ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະ ດ້ຽນບຽນຝູ ປະຫວັດສາດເຊິ່ງເປັນການສະແດງນ້ຳໃຈສາມັກຄີ, ສິດໜິດຕິດພັນ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ປະຊາຊົນ ລາວ, ກຳປູເຈຍ ກັບປະຊາຊົນ ຫວຽດນາມ. ທ່ານ ເລຮົ່ງແອງ ຢືນຢັນວ່າ: ພັກ, ລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆຂອງ ຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີການພົວພັນຮ່ວມມືກັບ ພັກ, ລັດຖະບານ, ບັນດາກະຊວງ, ຂະແໜງການຂອງ ລາວ ແລະ ກຳປູເຈຍ ຍິ່ງກ່ວາອີກ. ພ້ອມກັນນັ້ນ, ກໍ່ສືບຕໍ່ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງ ຂອງ ຫວຽດນາມ ແລະ ລາວ, ກຳປູເຈຍ ບັນລຸໄດ້ຢ່າງມີປະສິດທິຜົນ, ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ສະໜິດແໜ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມກ່ວາອີກ, ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນລວມຂອງສະຫະສະມາຄົມບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ).