ພິທີຕ້ອນຮັບທ່ານປະທານາທິບໍດີປະເທດ ບັງກະລາເທດ
Md. Abdul Hamid (ພາບ: vtv.vn)
(vovworld) - ປະທານາທິບໍດີ ບັງກະລາເທດ Md. Abdul Hamid ພ້ອມດ້ວຍພັນລະຍາໄດ້ມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 9 – 13/8/2015 ຕາມຄຳເຊີນຂອງທ່ານປະທານປະເທດ ເຈືອງເຕີ໋ນຊາງ. ພິທີຕ້ອນຮັບ ປະທານາທິບໍດີປະເທດ ບັງກະລາເທດ Md. Abdul Hamid ພ້ອມດ້ວຍຄະນະໄດ້ຖືດຈັດຂຶ້ນຢູ່ສຳນັກງານປະທານປະເທດ ຫວຽດນາມ ໃນຕອນເຊົ້າວັນທີ 10/8. ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ຊົມເຊີຍການຢ້ຽມຢາມຂອງ ປະທານາທິບໍດີປະເທດ ບັງກະລາເທດ Md. Abdul Hamid ພ້ອມດ້ວຍພັນລະຍາ ແລະ ເນັ້ນໜັກວ່າ: ການຢ້ຽມຢາມມີຄວາມໝາຍສຳຄັນ ແລະ ສ້າງທ່ວງທ່າໃຫ້ການປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.
ທີ່ການເຈລະຈາພາຍຫລັງພິທີຕ້ອນຮັບທ່ານປະທານ ເຈືອງເຕີ່ນຊາງ ແລະ ທ່ານປະທານາທິບໍດີປະເທດ ບັງກະລາເທດ Md. Abdul Hamid ໄດ້ສະແດງຄວາມພາກພູມໃຈຕໍ່ໜ້າການພົວພັນມິດຕະພາບແລະຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ບັງກະລາເທດ ໃນໄລຍະທີ່ຜ່ານມາ ສືບຕໍ່ໄດ້ຮັບການຮັກສາ ແລະ ຂະຫຍາຍຕົວ. 2 ຝ່າຍມານະພະຍາຍາມຊຸກຍູ້ການພົວປະແລກປ່ຽນຂັ້ນສູງ. 2 ຝ່າຍຍັງແລກປ່ຽນບົດຮຽນ ແລະ ການພັດທະນາເສດຖະກິດ, ແລກປ່ຽນມາດຕະການທິດທາງເພື່ອແນໃສ່ຊຸກຍູ້ການພົວພັນໃນທຸກຂົງເຂດ ແລະ ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ກໍໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີປະເທດ ບັງກະລາເທດ Md. Abdul Hamid. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ຢືນຢັນແນວທາງການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ໃນນັ້ນມີ ບັງກະລາເທດ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ກໍໄດ້ສະແດງຄວາມຫວັງຢາກໃຫ້ 2 ຝ່າຍເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ພັກກຳອຳນາດ, ສະພາແຫ່ງຊາດ ແລະ ການແລກປ່ຽນປະຊາຊົນ 2 ປະເທດ, ພ້ອມກັນນັ້ນ ກໍເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ. ສ່ວນທ່ານປະທານາທິບໍດີ ບັງກະລາເທດ Md. Abdul Hamid ຢືນຢັນຄວາມຫວັງຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ໃນຫລາຍຂົງເຂດ, ໃນນັ້ນ ມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ. ທ່ານປະທານາທິບໍດີ ບັງກະລາເທດ Md. Abdul Hamid ເນັ້ນໜັກເຖິງຄວາມຈຳເປັນຂອງການເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາພາກພື້ນ ແລະ ສາກົນ.
ແລະກໍໃນຕອນບ່າຍວັນດຽນກັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກໍໄດ້ໃຫ້ການຕ້ອນຮັບ ທ່ານປະທານາທິບໍດີ ບັງກະລາເທດ Md. Abdul Hamid ຢ່າງສະໜິດສະໜົມ.
ເນື່ອງໃນໂອກາດນີ້, 2 ປະເທດໄດ້ອອກຖະແຫຼງການຮ່ວມ ຊຶ່ງໄດ້ຊີແຈ້ງເຖິງເລື່ອງການນຳ 2 ປະເທດມີຄວາມຫວັງຢາກນຳການພົວພັນ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່.
2 ຝ່າຍເຫັນດີຊຸກຍູ້ການທາບທາມ, ແລກປ່ຽນ, ສົນທະນາກ່ຽວກັບນະໂຍບາຍ, ຈັດຕັ້ງກອງປະຊຸມຄັ້ງທີ 3 ຄະນະກຳມາທິການປະສົມຂອງ 2 ປະເທດ ແລະ ການທາບທາມການເມືອງຄັ້ງທີ 1 ລະຫວ່າງ 2 ກະຊວງການຕ່າງປະເທດ. 2 ຝ່າຍສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 1 ຕື້ USD ໃນປີ 2016.