(vovworld) – ໃນຂອບເຂດໂຄງການຮ່ວມມືລະຫວ່າງ ຫວຽດນາມ - ກົມປະຊາສຳພັນ ໄທ, ວັນທີ 20/3, ຄະນະນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໄປຢ້ຽມຢາມໂຄງການອະນຸລັກຮັກສານ້ຳ ຢູ່ແຂວງ ຈັນທະບູລີ, ເຊິ່ງແມ່ນແຂວງມີຊື່ສຽງ ກ່ຽວກັບອຸດສະຫະກຳປະດັບແຕ່ງ ຫິນມະນີ ແລະ ປູກຕົ້ນກິນໝາກຢູ່ ໄທ. ນີ້ແມ່ນໜຶ່ງໃນບັນດາໂຄງການສຳຄັນຂອງລັດຖະບານ ໄທ, ເພື່ອແນໃສ່ຊ່ວຍໃຫ້ປະຊາຊົນພັດທະນາເສດຖະກິດປູກຝັງ, ເພີ່ມລາຍຮັບໃຫ້ຄອບຄົວໃນລະດູແຫ້ງ ແລະ ປົກປັກຮັກສາ ປ່າ. ທ່ານນາງ ວັນເພນ ອັບຕັນ, ຫົວໜ້າຫ້ອງການຮ່ວມມືສາກົນ, ຂຶ້ນກັບກົມປະຊາສຳພັນ ໄທ ໃຫ້ຮູ້ວ່າ:
ເທບ ສຽງທ່ານນາງ ວັນເພນ ອັບຕັນ
ກ່ອນໜ້ານັ້ນ, ຄະນະນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໄປຢ້ຽມຢາມສະຫະສະມາຄົມ ເຄື່ອງປະດັບເອ້ ແລະ ຫິນມະນີ, ບັນດາຮາກຖານຂຸດຄົ້ນບໍ່ແຮ່, ປະດັບແຕ່ງ ແລະ ດຳເນີນທຸລະກິດບັນດາຜະລິດຕະພັນຫິນມະນີ ຢູ່ ໄທ.