ເພີ່ມທະວີການພົວພັນລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດເຊຍ

ເພີ່ມທະວີການພົວພັນລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດເຊຍ - ảnh 1
ຄະນະ​ຜູ້​ແທນ​ສະພາແຫ່ງຊາດຫວຽດນາມ ເຮັດວຽກກັບສະພາແຫ່ງຊາດລັດເຊຍ
ພາບ:vov

(vovworld) - ​ແຕ່​ວັນ​ທີ 31/3 ຫາ​ວັນ​ທີ 7/4, ຄະນະ​ຜູ້​ແທນ​ກຳມາ​ທິການ​ວັດທະນະທຳ ການ​ສຶກສາ, ຊາວ​ຫນຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ Le Nhu Tien ຮອງ​ຫົວຫນ້າ​ກຳມາ​ທິການ ​ເປັນ​ຫົວຫນ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສະຫະພັນ​ລັ​ດ​ເຊຍ ດ້ວຍ​ຈຸດໝາຍ​ຊອກ​ຮູ້, ​ແລກປ່ຽນ​ບົດຮຽນ ​ແລະ ​ຮ່ວມ​ມື​ດ້ານນິຕິບັນຍັດ​ໃນ​ຂົງ​ເຂດ​ວັດທະນະທຳ ການ​ສຶກສາ, ຊາວ​ຫນຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ ກັບ​ສະພາ​ແຫ່ງ​ຊາດ​ ລັດ​ເຊຍ. ຢູ່​ນະຄອນຫລວງ ມົດ​ສະ​ກູ ຄະນະ​ໄດ້​ມີ​ການ​​ເຮັດ​ວຽກ​ກັບ​ທ່ານ Kosourob, ຮອງ​ຫົວຫນ້າ​ທີ​ຫນຶ່ງ​ກຳມາ​ທິການ​ຂອງ​ສະພາ​ສູງ ລັດ​ເຊຍ ກ່ຽວ​ກັບ​ວິ​ທະຍາ​ສາດ, ການ​ສຶກສາ, ວັດທະນະທຳ ​ແລະ ​ນະ​ໂຍບາຍ​ຖະ​ແຫລ​ງຂ່າວ, ​ເຮັດ​ວຽກກັບ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ລັດ​ເຊຍ Ipliep Gri go ri Pe tro vic. ຄະນະ​ກໍ​ມີ​ການ​ເຮັດ​ວຽກ​ກັບທ່ານ Bariep Marat Manxurovich ​ຮອງ​ຫົວຫນ້າ​ທີ​ຫນຶ່ງ ກຳມາທິຊາວ​ຫນຸ່ມ, ທ່ານ​ນາງ Drapeko Elena Grigo​rievna ຮອງ​ຫົວຫນ້າທີ​ຫນຶ່ງ​ກຳມາ​ທິການ​ວັດທະນະທຳ Duma ​ແຫ່ງ​ຊາດ​ລັດ​ເຊຍ, ທ່ານ Ghilmudinov Ildar Irekovich ກຳມະການ​ກຳມາ​ທິການ​ສຶກສາ ​ແລະ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ທີ​ຫນຶ່ງ Duma ​ແຫ່ງ​ຊາດ​ລັດ​ເຊຍ Melnikov. ​ທີ່​ການ​​ເຮັດ​ວຽກ​ຄັ້ງຕ່າງໆ, ທ່ານ Le Nhu Tien ສະ​ເຫ​ນີ​ໃຫ້​ບັນດາ​ອົງການ​ນິຕິບັນຍັດ ລັດ​ເຊຍ ສືບ​ຕໍ່​ມີ​ບັນດາ​ນະ​ໂຍບາຍ​ເອົາ​ໃຈ​ໃສ່​ເຖິງ​ນັກ​ສຶກສາ ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ວົງ​ຄະນາ​ຍາດ ຫວຽດນາມ ​ເວົ້າ​ລວມ ທີ່​ພວມ​ດຳລົງ​ຊີວິດ ຢູ່ ລັດ​ເຊຍ, ມີ​ບັນດາ​ນະ​ໂຍບາຍ​ຖະ​ແຫລ​ງຂ່າວ​ໂຄສະນາ​ພາບ​ພົດ​ຂອງ​ແຕ່ລະ​ປະ​ເທດ​ເພື່ອ​ໃຫ້​ປະຊາຊົນ​ແຕ່ລະ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ການ​ສຶກສາ​ຂອງ​ກັນ​ກວ່າ. ສອງ​ຝ່າຍ​ກໍ​ເຕື້ອງ​ເຖິງ​ບັນດາ​ແງ່ຫວັງ​ໃນ​ການ​ສຶກສາ​ບຳລຸງ​ສ້າ, ອະນຸລັກ​ຮັກສາ​ມໍລະດົກ, ພົບ​ປະ​ແລກປ່ຽນ​ວັດທະນະທຳ ຜ່ານ​ການ​ຈັດ​ຕັ້ງ​ຊຸມ​ວັນ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ