(vovworld) - ໃນລະຫວ່າງວັນທີ 1 – 2/12, ທ່ານປະທານສະພາສູງ ຍີ່ປຸ່ນ Date Chiuichi ແລະ ທ່ານປະທານສະພາຕຳ່ ຍີ່ປຸ່ນ Oshima Tadamori ໄດ້ໃຫ້ການຕ້ອນຮັບທ່ານ ຟ້າມມິງຈິ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມ ສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ.
ທີ່ການພົບປະດັ່ງກ່າວ, ທ່ານຟ້າມມິງຈິ໋ງຢືນຢັນວ່າໃນສະພາບ ໂລກ ແລະ ພາກພື້ນພວມຜັນແປໄປຢ່າງຊັບສົນ ແລະ ວ່ອງໄວຄືປະຈຸບັນ, ການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນຍິ່ງມີບົດບາດສຳຄັນສຳລັບສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານ ຫວັງວ່າ, ປະທານສະພາສູງ ແລະ ປະທານສະພາຕຳ່ຍີ່ປຸ່ນສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນ ຍີ່ປຸ່ນ - ຫວຽດນາມ ໃຫ້ພັດທະນາຢ່າງເລິກເຊິ່ງ ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນກວ່າອີກໃນທຸກຂົງເຂດ.
ສ່ວນທ່ານ ປະທານສະພາສູງ ແລະ ປະທານສະພາຕຳ່ ຍີ່ປຸ່ນກໍ່ຢືນຢັນຈະຮັດແໜ້ນການພົວພັນຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ຢ່າງບໍ່ຢຸດຢັ້ງ; ສະໜັບສະໜູນຢ່າງຕັ້ງໜ້າເພື່ອໃຫ້ລັດຖະບານຍີ່ປຸ່ນຜັນຂະຫຍາຍບັນດາໂຄງການຮ່ວມມືລະອຽດກັບ ຫວຽດນາມໃນທຸກຂົງເຂດ; ພ້ອມທັງພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ຫວຽດນາມຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.