ເພີ່ມທະວີການຮ່ວມມືຍົກສູງທີ່ຕັ້ງ ແລະ ບົດບາດຂອງແມ່ຍິງ
(ພາບ:vietnamplus.vn)
(vovworld)- ແຕ່ວັນທີ 17-22/9, ຢູ່ Lombok ປະເທດອິນໂດເນເຊຍ ໄດ້ຈັດກອງປະຊຸມໃຫ່ຍສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ AIPA 33. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ Tong Thi Phong ນຳໜ້າໄດ້ເຂົ້າຮ່ວມ AIPA 33. ກ່ອນພິທີໄຂກອງປະຊຸມໃຫ່ຍ AIPA 33, ໄດ້ຈັດໃຫ້ມີກອງປະຊຸມສະມາຊິກສະພາແຫ່ງຊາດຍິງ 10 ປະເທດສະມາຊິກອາຊຽນ. ທ່ານນນາງ Truong Thi Mai ກຳມະການຄະນະປະຈຳສະພາແຫ່ງຊາດຫວຽດນາມ, ປະທານກຳມາທິການບັນດາບັນຫາສັງຄົມ ໄດ້ຕາງໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານນນາງ Truong Thi Mai ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລິ່ມເພື່ອແນໃສ່ຍົກສູງຄວາມສາມາດ ແລະ ບົດບາດຂອງສະມາຊິກສະພາແຫ່ງຊາດຍິງ ໃນການເພີ່ມທະວີບັນດານະໂຍບາຍໃຫ້ແກ່ແມ່ຍິງ ແລະ ສິດສະເໝີພາບລະຫວ່າງຍິງ-ຊາຍໃນຂົງເຂດເສດຖະກິດ, ສາທາລະນະສຸກ ແລະ ການສຶກສາ, ເປັນຜູ້ຕາງໜ້າທີ່ຕັ້ງໜ້າ ແລະ ມີປະສິດທິຜົນກ່ວາອີກໃຫ້ແກ່ຜົນປະໂຫຍດຂອງຜູ້ມີສິດເລືອກຕັ້ງເວົ້າລວມ ແລະ ແມ່ຍິງເວົ້າສະເພາະ.
ສິ້ນສຸດກອງປະຊຸມ, ສະມາຊິກສະພາແຫ່ງຊາດຍິງ 10 ປະເທດສະມາຊິກອາຊຽນ ເຂົ້າຮ່ວມ AIPA 33 ໄດ້ຮັບຮອງເອົາມະຕິກ່ຽວກັບການໜູນຊ່ວຍບັນດາປະເທດສະມາຊິກອາຊຽນ ເພີ່ມທະວີການປະສານສົມທົບ ແລະ ຮ່ວມມືກັນໃນການປະຕິບັດຂັ້ນຕອນບັນລຸໄດ້ບັນດາເປົ້າໝາຍສະຫັດສະວັດ, ມະຕິກ່ຽວກັບການຊຸກຍູ້ຄວາມສາມາດໃນການກໍ່ສ້າງ ແລະ ບຳລຸງສ້າງເຕັກນິກສະເພາະ ແລະ ເໝາະສົມໃຫ້ແກ່ແມ່ຍິງຢູ່ເຂດຊົນນະບົດ, ມະຕິກ່ຽວກັບບົດບາດຂອງບັນດາສະມາຊິກສະພາແຫ່ງຊາດຍິງອາຊຽນ ໃນການຍົກສູງບັນດານະໂຍບາຍເພື່ອແມ່ຍິງໃນບັນດາຂົງເຂດເສດຖະກິດ, ສຸຂະພາບ ແລະ ການສຶກສາ.